• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການມອບ​ລາງວັນ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີກ່ຽວ​ກັບ​ສາຍ​ພົວ​ພັນ ລາວ - ຫວຽດ​ນາມ

ຕອນບ່າຍວັນທີ 23 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ບົດປະພັນທີ່ໄດ້ຮັບລາງວັນໃນການເສັງຂຽນບົດປະພັນວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022.

ຕອນບ່າຍວັນທີ 23 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ບົດປະພັນທີ່ໄດ້ຮັບລາງວັນໃນການເສັງຂຽນບົດປະພັນວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022. 

   

ພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ບົດປະພັນທີ່ໄດ້ຮັບລາງວັນໃນການເສັງຂຽນບົດປະພັນວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022

ກ່າວຄຳເຫັນທີ່ພິທີ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ລາວ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ລາວ ກ່ຽວກັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ  ລາວ - ຫວຽດນາມ 2022 ໄດ້ຢັ້ງຢືນວ່າ ບັນດາຜົນງານທີ່ໄດ້ສົ່ງເຂົ້າໃນການເສັງຄັ້ງນີ້ ໄດ້ສ່ອງແສງຢ່າງມີຊີວິດຊີວາ, ຄົບຖ້ວນກ່ຽວກັບຂະບວນວິວັດແຫ່ງການຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍຮ້ອງ ນັບແຕ່ປາງສົງຄາມຕ້ານສັດຕູໂຕດຽວກັນ ຕະຫຼອດຮອດໄລຍະປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້. ບັນດາຜົນງານໄດ້ປະພັນໂດຍອີງໃສ່ພື້ນຖານທາງດ້ານປະຫວັດສາດຕົວຈິງທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ, ປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

        ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 4 ລາງວັນ ພ້ອມດ້ວຍລາງວັນທີສາມ ແລະ ລາງວັນຊົມເຊີຍຫຼາຍລາງວັນ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top