• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ສືບຕໍ່ພັດທະນາຢ່າງແຮງໃນທຸກຂົງເຂດ

2 ຝ່າຍເຫັນດີຕີລາຄາການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງແຮງໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ. (ພາບ: baoquocte.vn)

ຕອນຄ່ຳວັນທີ 01 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ໂອ້ລົມທາງໂທລະສັບກັບທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Jake Sullivan ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອາເມລິກາ ແລະ ບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        2 ຝ່າຍເຫັນດີຕີລາຄາການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງແຮງໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ ແລະ ໃນໂລກ. 2 ຝ່າຍກໍ່ເຫັນດີນຳກັນເພີ່ມທະວີການຮ່ວມມື ເພື່ອເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ ຜ່ານບັນດາມາດຕະການລະອຽດຄື: ຮັກສາການແລກປ່ຽນ, ການພົບປະຂັ້ນສູງ, ຊຸກຍູ້ການຮ່ວມມືໃນຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

        2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…; ຢືນຢັນການສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ຄວາມເສລີໃນການເດີນເຮືອ, ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top