ໃນຂອບເຂດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 09 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ. ລາວ.
ຢູ່ທີ່ນີ້, 2 ຝ່າຍເປັນເອກະພາບຕີລາຄາການພົວພັນດ້ານການເມືອງລະຫວ່າງ 2 ປະເທດນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ. ໃນໄລຍະຈະມາເຖິງ 2 ຝ່າຍເຫັນດີເປັນເອກະພາບກັນສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຊຸກຍູ້ການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ໂດຍສະເພາະແມ່ນດ້ານພື້ນຖານໂຄງລ່າງ, ສຸມໃສ່ປະຕິບັດບັນດາໂຄງການຈຸດສຸມ. ພ້ອມກັນນັ້ນ, ກໍ່ສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ສົ່ງເສີມວິສາຫະກິດ ຫວຽດນາມ ລົງທຶນຢູ່ ລາວ ໃຫ້ຫຼາຍກວ່າອີກ; ຍົກສູງຄຸນນະພາບການສຶກສາ - ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນເຂດຊາຍແດນ.
2 ຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2027 ໃຫ້ເປັນຢ່າງດີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962-2027) ແລະ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (1977 – 2027). ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນເພື່ອສ້າງການແຜ່ກະຈາຍໃນທົ່ວພັກ, ໃນປະຊາຊົນຂອງ 2 ປະເທດ ກ່ຽວກັບການພົວພັນຮ່ວມມື, ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ.








