ຂ່າວສານ

ການພົວພັນດ້ານການເມືອງລະຫວ່າງ ຫວຽດນາມ - ລາວ ນັບມື້ນັບສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ

2 ຝ່າຍເປັນເອກະພາບຕີລາຄາການພົວພັນດ້ານການເມືອງລະຫວ່າງ 2 ປະເທດນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ.
  (ທີ່​ການ​ພົບ​ປະ)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 09 ເມ​ສາ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ໄດ້​​ພົບ​ປະ​​ກັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລ​ິ​ຫານ​ງານ​ສູນ​ກາ​ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ. ລາວ.

ຢູ່​ທີ່ນີ້, 2 ຝ່າຍເປັນ​ເອ​ກະ​ພາບ​ຕີ​​ລາ​ຄາ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ສະ​ໜິ​ດ​ຕິດ​ພັນ, ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ. ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ຝ່າຍ​ເຫັນ​ດ​ີ​​ເປັນ​ເອ​ກະ​ພາບ​ກັນສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ຢ່າງມ​ີ​ປະ​ສິດ​ທິ​ຜົນ; ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ; ຊຸກ​ຍູ​້​ການ​ເຊື່ອ​ມ​ຕໍ່ 2 ພື້ນ​ຖານ​ເສດ​ຖະ​ກິດ, ໂດຍ​ສະ​ເພາະ​ແມ່ນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດ​າ​ໂຄງ​ການ​ຈຸດ​ສຸມ. ພ້ອມ​ກັນ​ນັ້ນ, ​ກໍ່ສືບ​ຕໍ່​ເພີ່ມ​ທະ​ວີກ​ານ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ​ຢູ່ ລາວ ໃຫ້​ຫຼາຍກວ່າ​ອີກ; ຍົກ​ສູງ​ຄຸ​ນ​ນະ​ພາບ​ການ​ສຶກ​ສາ - ບຳ​ລຸງ​ສ້າງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ.

2 ຝ່າຍກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ກະ​ກຽມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ 2027 ໃຫ້​ເປັນ​ຢ່າງ​ດີ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (1962-2027) ແລະ 50 ປີ​ແຫ່ງວັ​ນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ (1977  2027). ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ສ້າງ​ການ​ແຜ່​ກະ​ຈາຍ​ໃນ​ທົ່ວ​ພັກ, ໃນ​ປະ​ຊາ​ຊົນ​ຂອງ 2 ປະ​ເທດ ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ.


top