• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ຫວຽດນາມ - ຈີນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ນັບມີປະສິດທິຜົນ, ແທດຈິງ

ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ 2 ຝ່າຍໃຫ້ບຸລິມະສິດຢ່າງສູງໃຫ້ແກ່ການຮ່ວມມືກໍ່ສ້າງເສັ້ນທາງລົດໄຟສາຍ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນປີ 2025.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ແລະ ທ່ານຮອງປະທານປະເທດ ສປ.ຈີນ ຂານເຈິງ (ພາບ: VGP)

ໃນຂອບເຂດເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 22, ໃນຕອນບ່າຍວັນທີ 16 ກັນຍາ, ຢູ່ນະຄອນ ໜານໜິງ, ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ໄດ້ພົບປະສົນທະນາກັບທ່ານຮອງປະທານປະເທດ ສປ.ຈີນ ຂານເຈິງ.

ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ 2 ຝ່າຍໃຫ້ບຸລິມະສິດຢ່າງສູງໃຫ້ແກ່ການຮ່ວມມືກໍ່ສ້າງເສັ້ນທາງລົດໄຟສາຍ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນປີ 2025; ສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືດ້ານການຄ້າ 2 ຝ່າຍ, ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນສິນຄ້າກະເສດ, ສິນໃນນ້ຳຂອງ ຫວຽດນາມ. ປະຈຸບັນ, ຫວຽນາມ ພ້ອມແລ້ວຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການລົງທຶນມີຂອບຂະໜາດໃຫຍ່, ມີຄຸນນະພາບສູງ, ເຕັກໂນໂລຊີທັນສະໄໝຂອງ ຈີນ.

ສ່ວນທ່ານຮອງນາຍົກລັດຖະມົນຕີ ຂານເຈິງ ຢືນຢັນວ່າ ຈີນ ພ້ອມແລ້ວຈະເພີ່ມທະວີການຮ່ວມມືເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເປີດກວ້າງການນຳເຂົ້າສິນຄ້າມີຄຸນນະພາບສູງຂອງ ຫວຽດນາມ, ສົ່ງເສີມວິສາຫະກິດມີກຳລັງແຮງຢ່າງແທ້ຈິງ, ມີເຕັກໂນໂລຊີສູງຂອງ ຈີນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ; ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທ່ອງທ່ຽວ, ການສຶກສາ, ວັດທະນະທຳ, ການພົວພັນປະແລກປ່ຽນປະຊາຊົນ…

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top