• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະສົນທະນາແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ຈີນ

ໃນຂອບເຂດການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 5 ປີ 2018, ວັນທີ 20 ພະຈິກ, ຢູ່ສູນກອງປະຊຸມແຂວງກາວບັ່ງ ໄດ້ດຳເນີນການໂອ້ລົມສົນທະນາ ແລະ ແລກປ່ຽນວັດທະນະທຳ, ສະແດງສິລະປະ.


ການພົບປະສົນທະນາແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ຈີນ

(ພາບ: TTXVN)

ທີ່ການໂອ້ລົມສົນທະນາ, ຜູ້ແທນພ້ອມກັບຫວນຄືນບັນດາໝາກຜົນພົ້ນເດັ່ນທີ່ບັນລຸໄດ້. ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຖືວ່າ, ຜ່ານການເຄື່ອນໄຫວພົບປະແລກປ່ຽນ ໂດຍກະຊວງປ້ອງກັນປະເທດຂອງ 2 ປະເທດເປັນເຈົ້າພາບຈັດຕັ້ງ, ຜູ້ໄດ້ຮັບຜົນປະໂຫຍດແມ່ນປະຊາຊົນຂອງ 2 ປະເທດ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊາຍແດນ. ຜ່ານບັນດາການພົບປະແລກປ່ຽນ, ບັນດາຜູ້ບັນຊາການ, ພະນັກງານ, ນັກຮົບ 2 ຝ່າຍມີຄວາມເຂົ້າໃຈເຊິ່ງກັນແລະກັນ, ຈາກນັ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນສ້າງສາປະເທດຊາດ, ສ້າງນ້ຳໃຈສາມັກຄີຫວຽດນາມ - ຈີນ.

        ສ່ວນຝ່າຍຈີນ, ພົນຕີ ຈາວແຢວນໝິງ, ຮອງຫົວໜ້າກົມເສນາທິການລະຫວ່າງຄະນະພັກການທະຫານສູນກາງຈີນ, ຕີລາຄາວ່າ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງກອງທັບ 2 ປະເທດໃນໄລຍະຜ່ານມາ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເສີມຂະຫຍາຍມູນເຊື້ອມິດຕະພາບລະຫວ່າງຫວຽດນາມ - ຈີນ.

        ສິ້ນສຸດການໂອ້ລົມສົນທະນາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ແລະ ເປັນເອກະພາບນຳກັນວ່າ ຈະຈັດງານພົບປະຄັ້ງທີ 6 ໃນປີ 2019.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top