• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງເພື່ອເລີ່ມດຳເນີນອາຊີບໃນຂົງເຂດກະສິກຳປະສົບຜົນສຳເລັດ


ເວທີ​ປາ​ໄສ​ “ກໍ່ສ້າງ​ລະບົບ​ຊີວະ​ພາບ​ເລີ່​ມ​ດຳ​ເນີນ​ອາຊີບ ​ແລະ
 ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຂົງ​ເຂດ​ກະສິກໍາ

      ຕອນ​ເຊົ້າ​ວັນ​ທີ 27/12, ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ກົມ​ພັດທະນາ​ຕະຫຼາດ​ວິ​ສາ​ຫະກິດ (ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ), ສົມທົບ​ກັບ​ສະ​ຖາ​ບັນ​ກະສິກຳ ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່າ: “ກໍ່ສ້າງ​ລະບົບ​ຊີວະ​ພາບ​ເລີ່​ມ​ດຳ​ເນີນ​ອາຊີບ ​ແລະ ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຂົງ​ເຂດ​ກະສິກໍາ“. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ, ເພື່ອ​​ເລີ່​ມດຳ​ເນີນ​ອາຊີບ​ໃນ​ຂົງ​ເຂດ​ກະສິກຳປະສົບ​ຜົນສຳ​ເລັດ, ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ມາດ​ຕະການ​ຈັດ​ຕັ້ງ​ການ​ຜະລິດ. ພ້ອມ​ກັນ​ນັ້ນ​ແມ່ນ​ຕ້ອງ​ມີ​ການ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຂັ້ນ​ຕອນ​ແຫ່ງ​ການ​ຜະລິດ, ປຸງ​ແຕ່ງ; ສະໜອງ​ຜະລິດ​ຕະພັນ​ອອກ​ຕະຫຼາດ; ມີ​ຫົວຄິດ​ປະ​ດິດສ້າງ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ, ​ເຕັກ​ໂນ​ໂລ​ຢີສູງ. ​ເພື່ອ​ໃຫ້​ຜະລິດ​ຕະພັນ​ມີ​ຕະຫຼາດ​ສະ​ເພາະ, ​ເປັນ​ປົກກະຕິ. ທ່ານ ຫວູຕ໋ຽນ​ລົກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ຖື​ວ່າ:
        “ຄວນ​ສ້າງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ອາຊີບ​ສາມາດ​ສຳຜັດ​ກັບ​ຕະຫຼາດ​ໄດ້. ຕ້ອງ​ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ
ສູງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ອາຊີບ. ຖັດມາ​ແມ່ນ​ຕ້ອງ​ມີ​ລະບົບ​ການ​ເງິນ, ກົນ​ໄກ​ການ​ເງິນ​ເພື່ອ​ມີ​ທຶນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ອາຊີບ. ຕ້ອງ​ສ້າງ​ເອກະສານ​ນິຕິ​ກຳ​ໃຫ້​ແກ່​ການ​ເລີ່​ມດຳ​ເນີນ​ອາຊີບ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ“.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top