• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ສປປ.ເກົາຫຼີ ປະກົດຕົວຕໍ່ໜ້າມວນຊົນຄືນໃໝ່ ພາຍຫຼັງ 3 ອາທິດ

      ວັນທີ 02 ພຶດສະພາ, ສຳນັກຂ່າວສານທາງການຂອງ ສປປ.ເກົາຫຼີ KCNA ໄດ້ເຜີຍຮູບພາບຕ່າງໆຂອງທ່ານປະທານ Kim Jong-un ເມື່ອທ່ານເຂົ້າຮ່ວມພິທີເປີດສະຫຼອງໂຮງງານແຫ່ງໜຶ່ງ.

ທ່ານປະທານ Kim Jong-un ເຂົ້າຮ່ວມພິທີເປີດສະຫຼອງໂຮງງານແຫ່ງໜຶ່ງ (ພາບ:  KCNA)
      ນີ້ກໍແມ່ນການປະກົດຕົວຄັ້ງທຳອິດຂອງທ່ານ Kim Jong-un ຕໍ່ໜ້າມວນຊົນ ນັບແຕ່ຄັ້ງຫຼ້າສຸດແມ່ນວັນທີ 11 ເມສາ ຢູ່ທີ່ກອງປະຊຸມຂອງກົມການເມືອງ, ເປັນການລົບລ້າງບັນດາຂ່າວລືທີ່ກ່ຽວຂ້ອງເຖິງສຸຂະພາບຂອງການນຳປະເທດນີ້.
          ບັນດາຮູບພາບດັ່ງກ່າວ ໂດຍສຳນັກຂ່າວສານ ທາງການ ຂອງ ສປປ.ເກົາຫຼີ KCNA ເຜີຍແຜ່ໄປນັ້ນ ໄດ້ຊີ້ໃຫ້ເຫັນວ່າ, ທ່ານປະທານ Kim Jong-un ໄດ້ໄປຕິດຕາມກວດກາ ແລະ ຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວຂອງໂຮງງານຜະລິດປຸ໋ຍຢູ່ Sunchon, ທາງທິດເໜືອນະຄອນຫຼວງ ພຽງຢາງ.
 (ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ແລະ ອີຢິບ ຊຸກຍູ້ການຢຸດຍິງຢູ່ເຂດກາຊາ, ສະກັດກັ້ນຄວາມເຄັ່ງຕຶງຢູ່ເຂດອ່າວ

ສະຫະປະຊາຊາດ ແລະ ອີຢິບ ຊຸກຍູ້ການຢຸດຍິງຢູ່ເຂດກາຊາ, ສະກັດກັ້ນຄວາມເຄັ່ງຕຶງຢູ່ເຂດອ່າວ

ວັນ​ທີ 26 ຕຸ​ລາ​, ທ່ານ Abdel – Fattah El-Sisi, ປະ​ທາ​ນາ​ທິ​ບໍ​ດີ ອີ​ຢິບ ແລະ ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສປຊ, ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ ແລະ ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​,

Top