• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທ່ອງທ່ຽວ ເທື່ອການທ່ອງທ່ຽວ ເທື່ອທຽນເຫວ້ ມີການເຕີບໂຕດີທຽນເຫວ້ ມີການເຕີບໂຕດີ

ຈຳນວນແຂກທ່ອງທ່ຽວໄປທ່ຽວ ກຸ່ງເກົ່າ ເຫວ້ ໃນໄລຍະໃກ້ຈະຮອດ ແລະ ຫຼັງບຸນປີໃໝ່ປະຈຳຊາດ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ເມື່ອທຽບໃສ່ປີ 2021 ດ້ວຍກວ່າ 70.000 ເທື່ອຄົນ.

ແຂກມາທ່ຽວກຸ່ງເກົ່າ ເຫວ້ ເປັນຈຳນວນຫຼາຍ (ພາບ: VOV)

ໃນສະພາບການຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຂະແໜງທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໄດ້ເປັນເຈົ້າການປ່ຽນແປງໃໝ່ວຽກງານໂຄສະນາເຜີຍແຜ່ພາບພົດການທ່ອງທ່ຽວ, ສຸມໃສ່ຕະຫຼາດພາຍໃນປະເທດຄື ນະຄອນຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ນະຄອນ ດ່າໜັງ, ແຂວງ ກວ໋າງບິ່ງ ແລະ ເຂດເຕິຍງວຽນ. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

ໃນປີ 2022 ນີ້, ນອກຈາກການປຸກລະດົມ ກໍຄື ໜູນຊ່ວຍບັນດາວິສາຫະກິດທ່ອງທ່ຽວສ້າງລາຍການເຄື່ອນໄຫວກະຕຸ້ນການທ່ອງທ່ຽວດ້ວຍຜະລິດຕະພັນໃໝ່ແລ້ວ, ແຂວງ ເທື່ອທຽນເຫວ້ ຍັງຈັດຕັ້ງງານບຸນ, ເຫດການຕ່າງໆ ທີ່ສະແດງໃຫ້ເຫັນຄຸນຄ່າວັດທະນະທຳ, ປະຊາຊົນ ແລະ ອາຫານການກິນ. ນີ້ແມ່ນຮູບແບບທີ່ຊ່ວຍໃຫ້ບັນດາການເຄື່ອນໄຫວທອ່ງທ່ຽວແຜ່ກະຈາຍສູ່ແຂກທ່ອງທ່ຽວຫຼາຍກວ່າ”.

ປີນີ້, ເປັນຄັ້ງທຳອິດທີ່ແຂວງ ເທື່ອທຽນເຫວ້ ຈັດຕັ້ງງານບຸນ Festival 4 ລະດູ ດ້ວຍຫຼາຍເຫດການວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ ໂດຍຈັດຂຶ້ນຕະຫຼອດປີ ເພື່ອໃຫ້ແຂກທ່ອງທ່ຽວເປັນເຈົ້າການຄັດເລືອກຈຸດເວລາທີ່ເໝາະສົມມາທ່ຽວຢູ່ເຫວ້ ແລະ ມີການທັດສະນະສຶກສາຕົວຈິງຢູ່ເຂດດິນແດນທີ່ເຕົ້າໂຮມມໍລະດົກ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງນີ້.

 

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top