ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວາງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ຕາມຕົວເລກໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດໃນທ້າຍເດືອນ ທັນວາ ຜ່ານມາຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕ 18 – 25% ໃນແຕ່ລະປີ; ຂອບຂະໜາດຕະຫຼາດປີ 2025 ບັນລຸປະມານ 32 ຕື້ USD, ນຳ ຫວຽດນາມ ໃຫ້ກາຍເປັນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຫວູຮົ່ງແຄງ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນການຄ້າສາກົນ Saler, ໃຫ້ຂໍ້ສັງເກດວ່າ:
“ໃນຮອບວຽນການເຕີບໂຕໄລຍະ 2026 – 2030, ໜຶ່ງໃນບັນດາຂະແໜງການທີ່ໄດ້ຮັບການຄາດຄະເນຈະພັດທະນາຢ່າງແຮງທີ່ສຸດແມ່ນຂະແໜງຜະລິດຕະພັນກະເສດ ຫວຽດນາມ. ນີ້ເຄີຍແມ່ນຂົງເຂດມີທ່າແຮງຫຼາຍຢ່າງ ແລະ ສວມບົດບາດສຳຄັນໃນພື້ນຖານເສດຖະກິດໃນຕະຫຼອດໄລຍະຜ່ານມາ. ດ້ວຍການໜູນຊ່ວຍທີ່ນັບມື້ນັບຈະແຈ້ງຂອງບັນດາພື້ນຖານການຄ້າເອເລັກໂຕນິກ, ຂະແໜງຜະລິດຕະພັນກະເສດໄດ້ຮັບຄວາມຫວັງວ່າ ຈະມີການຫັນປ່ຽນຢ່າງຕັ້ງໜ້າ, ສ້າງທ່າເຕີບໂຕແບບຍືນຍົງໃນໄລຍະຈະມາເຖິງ”.






