ທ່ານ Ibrahim Al-Hashimi, ຫົວໜ້າກົມສື່ສານ ແລະ ປະຊາສຳພັນ ຂຶ້ນກັບກະຊວງການຕ່າງປະເທດ ກາຕາ, ຊີ້ແຈ້ງໃນກອງປະຊຸມຖະແຫຼງຂ່າວຢູ່ ໂດຮາ ວ່າ: "ບັນດາຄວາມພະຍາຍາມໃນການໄກ່ເກ່ຍລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ ຍັງສືບຕໍ່ດຳເນີນໄປ, ແລະ ທັງສອງຝ່າຍລ້ວນແຕ່ມີບັນດາສັນຍານອັນຕັ້ງໜ້າ". ພ້ອມກັນນັ້ນ, ທ່ານກໍ່ເນັ້ນໜັກວ່າ ບັນດາຄົນກາງໄກ່ເກ່ຍພວມມານະພະຍາຍາມເພື່ອຢຸດຕິການປະທະກັນຢູ່ພາກພື້ນ ແລະ ສິ້ນສຸດຄວາມຂາດສະຖຽນລະພາບ.
ບັນດາຄຳກ່າວປາໄສຂອງທ່ານ Ibrahim Al-Hashimi ໄດ້ຍົກອອກມາພາຍຫຼັງໜຶ່ງວັນເມື່ອທ່ານ Sheikh Mohammed bin Abdulrahman Al Thani, ນາຍົກລັດຖະມົນຕີ ກາຕາ ໃຫ້ຮູ້ວ່າ ທ່ານໄດ້ດຳເນີນ "ບັນດາການໂອ້ລົມສົນທະນາທີ່ຕັ້ງໜ້າ" ກັບທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະ ທ່ານຮອງປະທານາທິບໍດີ JD Vance ຢູ່ ວໍຊິງຕັນ ກ່ຽວກັບການບັນລຸໄດ້ຂໍ້ຕົກລົງ ແລະ ນຳມາເຊິ່ງສັນຕິພາບໃຫ້ແກ່ພາກພື້ນ.






