• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ກຽມ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 25 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດໃຫ້​ເປັນ​ຢ່າງ​ດີ

ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ເປັນປະທານການປະຊຸມກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ຈະຈັດຂຶ້ນໃນວັນທີ 15 ສິງຫາ.

ຕອນບ່າຍວັນທີ 11 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ເປັນປະທານການເຮັດວຽກ ໃຫ້ຄຳເຫັນກ່ຽວກັບຮ່າງບົດລາຍງານໝາກຜົນການຕິດຕາມກວດກາການປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ ເພື່ອຍື່ນສະເໜີຕໍ່ ຄະນະປະຈຳສະພາແຫ່ງຊາດໃນວາລະປະຊຸມຄັ້ງທີ 25 ທີ່ຈະມາເຖິງນີ້.  

ແລະ ກໍ່ໃນຕອນບ່າຍຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ກໍ່ໄດ້ເປັນປະທານການປະຊຸມກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມໃນວັນທີ 15 ສິງຫາ ໃນລາຍການ ວາລະປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຊື່ງຈະສຸມໃສ່ບັນດາໝວກບັນຫາຂຶ້ນກັບຂົງເຂດຂອງກະຊວງຍຸດຕິທຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບບາງບັນຫາມິລັກສະນະສະຖານະການ ໄດ້ຮັບຄວາມສົນໃຈຈາກ ປຊຊ.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top