ຂ່າວສານ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ຕິດພັນກັບປະຊາຊົນ - ແຫຼ່ງກຳລັງແຮງໃນການນຳພາຂອງພັກ
ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ເຢຍລະມັນໄດ້ມີການແລກປ່ຽນກັບທ່ານ Patrik Köbele, ປະທານພັກກອມມູນິດ ເຢຍລະມັນ (DKP) ກ່ຽວກັບບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ກໍ່ຄືບັນດາການກຳນົດທິດພັດທະນາຂອງ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ກອງປະຊຸມໃຫຍ່ XIV)
ທ່ານປະທານ DKP Patrik Köbele ຢັ້ງຢືນວ່າພັກກອມມູນິດ ຫວຽດນາມ ມີບົດບາດ ແລະ ລະດັບຄວາມສຳຄັນບໍ່ອາດທົດແທນໄດ້ໃນວິວັດການປະຫວັດສາດ ແລະ ການພັດທະນາຂອງປະເທດ ຫວຽດນາມ. ທ່ານປະທານ ພັກກອມມູນິດ ເຢຍລະມັນ ເນັ້ນໜັກເຖິງລະດັບຄວາມສຳຄັນຂອງບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ໂດຍແມ່ນບົດບາດທີ່ບໍ່ພຽງແຕ່ສະແດງດ້ວຍຄຳສັ່ງບໍລິຫານເທົ່ານັ້ນ ຫາກຍັງສະແດງດ້ວຍການພົວພັນສະໜິດແໜ້ນກັບປະຊາຊົນອີກດ້ວຍ.







