• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກ​ງານ​ກະ​ກຽມ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ມີ​ແບບ​ມີ​ແຜນ​ໂດຍ​ພື້ນ​ຖານ

ວັນທີ 03 ມີນາ, ຢູ່ຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດ ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງຈັດການສະໜອງຂໍ້ມູນຕາມຫົວເລື່ອງສະເພາະ, ເພື່ອແນໃສ່ເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
  ບັນຍາກາດກອງປະຊຸມແລກປ່ຽນວຽກງານສື່ມວນຊົນ (ພາບ: TTXVN)  
ຕາມທ່ານ ຫງວຽນຫືວດົງ, ປະທານຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ວຽກງານກະກຽມເລືອກຕັ້ງໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ມີແບບມີແຜນໂດຍພື້ນຖານ, ຖືກຕ້ອງຕາມຄຳຮຽກຮ້ອງຂອງກົມການເມືອງ, ຄະນະເລຂາທິການ ແລະ ສະພາເລືອກຕັ້ງແຫ່ງຊາດ. ໃນໄລຍະຈະມາເຖິງ, ບັນດາພາກສ່ວນສືບຕໍ່ປະຕິບັດສຳເລັດກອງປະຊຸມພົບປະຜູ້ມີສິດເລືອກຕັ້ງ; ສຳຫຼວດກວດກາ, ອັບເດັດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ; ຍູ້ແຮງການໂຄສະນາ; ປະຕິບັດສຳເລັດແບບວິທີຮັບປະກັນຄວາມສະຫງົບ; ຈັດການປ່ອນບັດ, ນັບບັດຢ່າງແໜ້ນແຟ້ນ, ພາວະວິໄສ… ທ່ານ ຫງວຽນຫືວດົງ ກໍໃຫ້ຮູ້ວ່າ ວຽກງານຖະແຫຼງຂ່າວ, ໂຄສະນາໄດ້ກຳນົດວ່າແມ່ນໜ້າທີ່ການເມືອງຈຸດສຸມ, ລຸລ່ວງໃນໄລຍະກ່ອນດຳເນີນ, ພວມດຳເນີນ ແລະ ພາຍຫຼັງດຳເນີນການເລືືອກຕັ້ງ, ກຳແໜ້ນບັນດາຄຳຊີ້ນຳຂອງສູນກາງ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການທີ່ມີສິດອຳນາດ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top