ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດ​ຄັ້ງ​ທີ XIV ຂອງ​ພັກ: ຕິ​ດ​ພັນ​ກັບ​ປະ​ຊາ​ຊົນ - ແຫຼ່ງ​ກຳ​ລັງແຮງ​ໃນ​ການ​​ນຳ​ພາຂອງ​ພັກ

ທ່ານປະທານ DKP Patrik Köbele ຢັ້ງຢືນວ່າພັກກອມມູນິດ ຫວຽດນາມ ມີບົດບາດ ແລະ ລະດັບຄວາມສຳຄັນບໍ່ອາດທົດແທນໄດ້ໃນວິວັດການປະຫວັດສາດ ແລະ ການພັດທະນາຂອງປະເທດ ຫວຽດນາມ.
ທ່ານ Patrik Köbele, ປະທານພັກກອມມູນິດ ເຢຍລະມັນ (ພາບ: TTXVN)

ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ເຢຍລະມັນໄດ້ມີການແລກປ່ຽນກັບທ່ານ Patrik Köbele, ປະທານພັກກອມມູນິດ ເຢຍລະມັນ (DKP) ກ່ຽວກັບບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ກໍ່ຄືບັນດາການກຳນົດທິດພັດທະນາຂອງ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ກອງປະຊຸມໃຫຍ່ XIV)

ທ່ານປະທານ DKP Patrik Köbele ຢັ້ງຢືນວ່າພັກກອມມູນິດ ຫວຽດນາມ ມີບົດບາດ ແລະ ລະດັບຄວາມສຳຄັນບໍ່ອາດທົດແທນໄດ້ໃນວິວັດການປະຫວັດສາດ ແລະ ການພັດທະນາຂອງປະເທດ ຫວຽດນາມ. ທ່ານປະທານ ພັກກອມມູນິດ ເຢຍລະມັນ ເນັ້ນໜັກເຖິງລະດັບຄວາມສຳຄັນຂອງບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ໂດຍແມ່ນບົດບາດທີ່ບໍ່ພຽງແຕ່ສະແດງດ້ວຍຄຳສັ່ງບໍລິຫານເທົ່ານັ້ນ ຫາກຍັງສະແດງດ້ວຍການພົວພັນສະໜິດແໜ້ນກັບປະຊາຊົນອີກດ້ວຍ.


top