• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ:​ ບຸກ​ທະ​ລຸ​​ຈິນ​ຕະ​ນາ​ການ​ຂອງ​ພັກ

ນີ້ກໍແມ່ນກອງປະຊຸມໃຫຍ່ ທີ່ຮັບຮູ້ຫຼາຍຈິນຕະນາການບຸກທະລຸໃນວຽກງານຊີ້ນຳນຳພາຂອງພັກ, ໃນນັ້ນ ຄັ້ເປັນງທຳອິດທີ່ພັກສັງລວມເອກະສານສຳຄັນ 3 ສະບັບ, ກຳນົດທິດຮູບແບບພັດທະນາໃໝ່, ໃນຂະນະທີ່ບັນດາມະຕິຍຸດທະສາດໄດ້ຮັບການປະຕິບັດທົດລອງຕົວຈິງກ່ອນຍືນສະເໜີຕໍ່ກອງປະຊຸມໃຫຍ່.
  ບັນຍາກາດພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ  
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີໄຂ (ພາບ: VOV)  

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 20 ມັງກອນ ຢູ່ ຮ່າໂນ້ຍ, ແມ່ນກອງປະຊຸມໃຫຍ່ທີ່ມີຄວາມໝາຍສຳຄັນເປັນພິເສດ, ສ້າງຂີດໝາຍແກ່ບາດລ້ຽວໃນເສັ້ນທາງພັດທະນາຂອງປະເທດຊາດ. ນີ້ກໍແມ່ນກອງປະຊຸມໃຫຍ່ ທີ່ຮັບຮູ້ຫຼາຍຈິນຕະນາການບຸກທະລຸໃນວຽກງານຊີ້ນຳນຳພາຂອງພັກ, ໃນນັ້ນ ຄັ້ເປັນງທຳອິດທີ່ພັກສັງລວມເອກະສານສຳຄັນ 3 ສະບັບ, ກຳນົດທິດຮູບແບບພັດທະນາໃໝ່, ໃນຂະນະທີ່ບັນດາມະຕິຍຸດທະສາດໄດ້ຮັບການປະຕິບັດທົດລອງຕົວຈິງກ່ອນຍືນສະເໜີຕໍ່ກອງປະຊຸມໃຫຍ່.

ເມື່ອຕີລາຄາກ່ຽວກັບບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານ ຮສຈ.ປອ  ບຸ່ຍດິ່ງຟອງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ມີຄວາມປະທັບໃຈຕໍ່ຄວາມຕັດສິນໃຈກະທຳທີ່ໄດ້ສະແດງໃນຮ່າງເອກະສານ.

ບົດລາຍງານການເມືອງຄັ້ງນີ້ ມີທັງໂຄງການດຳເນີນງານ, ນີ້ແມ່ນຄັ້ງທຳອິດໃນປະຫວັດສາດ. ໂຄງການດຳເນີນງານລະອຽດ, ຊີ້ແຈ້ງບັນດາພາກສ່ວນ, ຄະນະ, ອົງການຈັດຕັ້ງພັກຮັບຜິດຊອບຮອດໃສ, ແຫຼ່ງກຳລັງເປັນແນວໃດ, ປະຕິບັດສຳເລັດ ແລ້ວລາຍງານແນວໃດ… ພວກເຮົາຈະອີງໃສ່ບັນດາເນື້ອໃນດັ່ງກ່າວເພື່ອຕີລາຄາ. ດ້ວຍບັນດາຈຸດໃໝ່ຄືແນວນີ້, ຂ້າພະເຈົ້າມີຄວາມຫວັງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຈະມີບາດກ້າວບຸກທະລຸ”.

ໃນບັນດາຈຸດໃໝ່ຂອງກອງປະຊຸມໃຫຍ່ຄັ້ງທີ XIV, ທ່ານ ສຈ. ປອ ວິທະຍາສາດ ຟານຊວັນເຊີນ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ເນັ້ນໜັກເຖິງບົດບາດຂອງເສດຖະກິດເອກະຊົນ. ສ່ວນທ່ານ ຫງວຽນດຶກຮ່າ, ອະດີດຫົວໜ້າກົມຮາກຖານພັກ, ຄະນະຈັດຕັ້ງສູນກາງພັກ, ຕີລາຄາສູງຕໍ່ເລື່ອງເປັນຄັ້ງທຳອິດທີ່ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ຊີ້ແຈ້ງວ່າ ການປົກປັກຮັກສາສິ່ງແວດລ້ອມ ກໍແມ່ນໜ້າທີ່ໃຈກາງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກໃນການພັດທະນາປະເທດແບບຍືນຍົງ./.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວນ​ຊົນ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໂດຍມີການເຂົ້າຮ່ວມຂອງນັກຂ່າວທັງພາຍໃນ ແລະ ສາກົນກວ່າ 600 ຄົນ.

Top