ຂ່າວສານ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIII

ແລກປ່ຽນກັບສື່ມວນຊົນຢູ່ນອກກອງປະຊຸມໃຫຍ່, ບັນດາຜູ້ແທນມີຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານສູນກາງພັກຊຸດທີ XIII ຈະແມ່ນໝູ່ຄະນະທີ່ມີຄວາມສາມັກຄີ, ນຳພາປະເທດຊາດພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ຫຼືງອກບິ່ງ, ຜູ້ແທນແຂວງ ກວ໋າງງ໋າຍ ຫວັງວ່າ:
“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຜູ້ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ຈະນຳເອົາຄວາມຮູ້ທີ່ໄດ້ບຳລຸງສ້າງຢ່າງມີແບບມີແຜນ, ເສີມຂະຫຍາຍກຳລັງຄວາມສາມາດໃນການບໍລິຫານປະເທດຊາດໃນປັດຈຸບັນ. ຂ້າພະເຈົ້າຫວັງວ່າ ເຂົາເຈົ້າ ຈະມີວິໄສທັດມອງກວ້າງເຫັນໄກ ແລະ ມີມາດຕະການພັດທະນາປະເທດຊາດໃນໄລຍະຈະມາເຖິງ”.ທ່ານ ເລືອງຈ້ອງແທັ່ງ, ຜູ້ແທນແຂວງ ແທັງຮວ໊າ ແບ່ງປັນວ່າ:
“ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຈະເລືອກໄດ້ຄະນະບໍລິຫານງານສູນກາງພັກຊຸດໃໝ່ ທີ່ມີພູມປັນຍາ, ມີຄວາມສາມັກຄີ ແລະ ເປັນເອກະພາບ ລະຫວ່າງເຈດຈຳນົງ ແລະ ການກະທຳ ເພື່ອນຳມະຕິກອງປະຊຸມເຂົ້າສູ່ຊີວິດຕົວຈິງໂດຍໄວ”.
(ແຫຼ່ງຄັດຈາກ VOV)