• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ບັນ​​ຫາດິນ​ຟ້າ​ອາ​ກາດ​ໂລກ: ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອ​ງ​ໃຫ້​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ

ກ່າວຄຳເຫັນທີ່ກອງປະຊຸມສຸດຍອດກ່ຽວກັບບັນຫາດິນຟ້າອາກາດໂລກ ທີ່ໄດ້ດຳເນີນຕາມຮູບການທາງອອນລາຍ ໂດຍອາເມລິກາ ຈັດຂຶ້ນໃນສອງວັນ, ທ່ານ Guterres ໄດ້ຮຽກຮ້ອງໃຫ້ບັນດາການນຳໂລກ ມີການກະທຳເພື່ອສະກັດກັ້ນສະພາບການປ່ຽນແປງຂອງດິນຟ້າອາກາດ.
 ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres (ພາບ: THX/TTXVN)

ວັນທີ 22 ເມສາ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດພັດທະນາເພີ່ມທະວີການປະກອບສ່ວນເຂົ້າບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດກ່ຽວກັບບັນຫາດິນຟ້າອາກາດໂລກ ທີ່ໄດ້ດຳເນີນຕາມຮູບການທາງອອນລາຍ ໂດຍອາເມລິກາ ຈັດຂຶ້ນໃນສອງວັນ, ທ່ານ Guterres ໄດ້ຮຽກຮ້ອງໃຫ້ບັນດາການນຳໂລກ ມີການກະທຳເພື່ອສະກັດກັ້ນສະພາບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຢ້ຳຄືນທັດສະນະຂອງຕົນແມ່ນສ້າງພັນທະມິດທົ່ວໂລກ ເພື່ອນຳປະລິມານການປ່ອຍອາຍພິດ ໃນໄລຍະຍາວໃຫ້ຫຼຸດລົງລະດັບ 0 ໃນກາງສະຕະວັດນີ້. ທ່ານກໍ່ໄດ້ເລັ່ງທວງບັນດາປະເທດຊຸກຍູ້ “ທົດສະວັດແຫ່ງການປ່ຽນແປງ”, ຮຽກຮ້ອງໃຫ້ເຂົາເຈົ້າປະກາດແຜນການຫຼຸດຜ່ອນທາດກາກບອນ. ແລະໃນບົດກ່າວປາໄສຂອງຕົນ, ທ່ານ Guterres ໄດ້ສະເໜີໃຫ້ບັນດາປະເທດຈັດວາງລາຄາ ກາກບອນ, ຢຸດຕິການໜູນຊ່ວຍໃຫ້ແກ່ຂະແໜງຂຸດຄົ້ນ  ເຊື້ອເພີງ ຟອັດຊິວ, ເພີ່ມທະວີການລົງທຶນເຂົ້າໃນພະລັງງານຜະລິດຄືນໃໝ່ ແລະ ພື້ນຖານໂຄງລ່າງຂຽວ, ຮອດປີ 2030 ຢຸດຕິການນຳໃຊ້ຖ່ານຫີນຢູ່ບັນດາປະເທດຮັ່ງມີ ແລະ ບັນດາສະຖານທີ່ຕ່າງໆໃນປີ 2040, ຮັບປະກັນວິວັດຂະບວນການຫັນປ່ຽນຢ່າງມີປະສິດທິຜົນ ໃຫ້ແກ່ປະຊາຊົນ ແລະ ປະຊາຄົມທີ່ຖືກຜົນກະທົບ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top