ຂ່າວສານ
ກອງປະຊຸມສຳມະນາລະດັບຊາດກ່ຽວກັບ “ທະເລຕາເວັນອອກປຶກສາຫາລືກ່ຽວກັບການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ”
ຢູ່ນອກກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 17 ຢູ່ດ່ານັ້ງ, ສະຖາບັນການຕ່າງປະເທດ ຫວຽດນາມ ສົມທົບກັບກົມທະເລ ແລະ ໝູ່ເກາະ ຫວຽດນາມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກການຕ່າງປະເທດ, ຄະນະກຳມະການປະຊາຊົນ ນະຄອນ ດ່ານັ້ງ ໄດ້ພ້ອມກັນຈັດກອງປະຊຸມສຳມະນາແຫ່ງຊາດ ກ່ຽວກັບທະເລຕາເວັນອອກປີ 2025 ດ້ວຍຫົວຂໍ້ “ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ: ກຳລັງໜູນຊຸກຍູ້ການພັດທະນາສີຂຽວ ແລະ ຍືນຍົງ”.
ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ທັງຢູ່ພາຍໃນປະເທດ ແລະ ສາກົນເປັນຈຳນວນຫຼາຍ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຄົ້ນຄວ້າ, ມະຫາວິທະຍາໄລ, ສະມາຄົມອາຊີບ ແລະ ຜູ້ຕາງໜ້າຂອງຄະນະທູຕານຸທຸດຈຳນວນໜຶ່ງ ຢູ່ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ພູມປັນຍາ, ແບ່ງປັນບົດຮຽນປະສົບການໃນການພັດທະນາ, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດວິທະຍາສາດເຕັກໂນໂລຢີທະເລ. ກອງປະຊຸມສຳມະນາໄດ້ຮັບຟັງຄຳເຫັນຂອງບັນດາຜູ້ແທນສາກົນທີ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ, ມາຈາກອິນໂດເນເຊຍ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ອິນເດຍ, ແບ່ງປັນບັນດາບັນຫາ ແລະ ພຶດຕິກຳຕົວຈິງໃນວຽກງານໝູນໃຊ້ວິທະຍາສາດເຕັກໂນໂລຢີໃນຫຼາຍຂົງເຂດ.








