• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ຄະ​ນະ​ເຈ​ລະ​ຈາ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ ກັບ ອາ​ເມ​ລິ​ກາ

ສຳລັບ ຫວຽດນາມ, ການເຈລະຈາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງການຄ້າສອງຝ່າຍຢ່າງມີປະສິດທິຜົນ, ຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ກອງປະຊຸມຄັ້ງທີ 1 ຂອງ ຄະນະເຈລະຈາລັດຖະບານກ່ຽວກັບບັນຫາການຄ້າກັບ ອາເມລິກາ

ຕອນບ່າຍວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າຄະນະເຈລະຈາ ລັດຖະບານ ຫງວຽນຮົ່ງຢຽນ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງ ຄະນະເຈລະຈາລັດຖະບານກ່ຽວກັບບັນຫາການຄ້າກັບ ອາເມລິກາ. ຢູ່ກອງປະຊຸມ, ບັນດາສະມາຊິກຄະນະເຈລະຈາໄດ້ປຶກສາຫາລືກ່ຽວກັບບັນດາບັນຫາ, ວິທີການຜັນຂະຫຍາຍບັນດາໜ້າທີ່; ມອບໜ້າທີ່ໃຫ້ແກ່ບັນດາກະຊວງ, ຂະແໜງການ, ສະມາຊິກຄະນະເຈລະຈາ ແລະ ກຸ່ມຊ່ວຍວຽກ; ຂໍ້ກຳນົດໃນການປົກປ້ອງຄວາມລັບດ້ານຂໍ້ມູນ ແລະ ແຜນການຜັນຂະຫຍາຍໃນຊຸມວັນຈະມາເຖິງ. ສຳລັບ ຫວຽດນາມ, ການເຈລະຈາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງການຄ້າສອງຝ່າຍຢ່າງມີປະສິດທິຜົນ, ຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນຈິດໃຈຮັບປະກັນຜົນປະໂຫຍດຢ່າງສຸດຂີດຂອງປະເທດຊາດ, ແລະ ຜົນປະໂຫຍດອັນກົມກຽວ, ແບ່ງປັນຄວາມສ່ຽງ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ພົ້ນ​ເດັ່ນ​ຂຶ້ນ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ “ປະ​ດັບ​ປະ​ດາ​ກຸບ ຫວຽດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງທະ​ຫານ​ຍິງ​ທີ່​ມາ​ຈາກຫຼາຍ​ປະ​ເທດ.

Top