ເພື່ອແນໃສ່ຮັດແໜ້ນການຄວບຄຸມ ແລະ ຍົກສູງສະຕິປະຕິບັດກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດ ຕັດສິນໃຈຍົກເລີກບັດເຫຼືອງຂອງ ຄະນະກຳມະການເອີລົບ (EC) ວັນທີ 13 ພະຈິກ, ກອງທະຫານເຮືອເລກທີ 42 (ກອງບັນຊາການທະຫານເຮືອເຂດ 4) ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ອູມິງ ຈັດການໂຄສະນາກ່ຽວກັບວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)
ວຽກງານໂຄສະນາໄດ້ໄດ້ຫັນເປັນທັນສະໄໝຜ່ານການໝູນໃຊ້ເຕັກໂນໂລຢີດີຈີຕອນ. ໄປຄຽງຄູ່ກັບຮູບແບບເກົ່າ ຄືການໂຄສະນາລວມໝູ່, ແຈກໃບປິວ, ຄູ່ມືກົດໝາ, ພະນັກງານກອງທະຫານເຮືອເລກທີ 42 ໄດ້ອອກລະຫັກ QR ຢູ່ບັນດາທ່າກຳປັນ ແລະ ພາຫະນະຕ່າງໆ. ວິທີການນີ້ຊ່ວຍໃຫ້ຊາວປະມົງໄດ້ສຳຜັດກັບຂໍ້ມູນໂດຍໄວ, ໂດຍກົງ, ອາດສາມາດຄົ້ນຫາທຸກເວລາ, ທຸກບ່ອນ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການຫັນການຄຸ້ມຄອງອາຊີບຫາປາເປັນດີຈີຕອນ ແລະ ຍົກສູງລັກສະນະເປັນເຈົ້າການປະຕິບັດຂອງຊາວປະມົງເມື່ອເຂົ້າຮ່ວມການເຄື່ອນໄຫວທາງທະເລ.








