• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19: ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາປາ​ນີ, ຈິດ​ໃຈ​ສາ​ມັກ​ຄີ, ຄວາມໄວ້​ເນື້ອ​ເຊື່ອໃຈ

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ເພື່ອນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບທີ່ເປັນປົກກະຕິ, ພັກ ແລະ ລັດ ໄດ້ປະຕິບັດເປົ້າໝາຍສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນໝົດທຸກຄົນ ເພື່ອແນໃສ່ບັນລຸໄດ້ການຕ້ານເຊື້ອໃນວົງຄະນະຍາດ ແລະ ສິ່ງນີ້ຕ້ອງໄດ້ຮັກສາປະຈຳປີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ຕອນຄ່ຳວັນທີ 5 ມິຖຸນາ, ກອງທຶນວັກຊິນກັນໂຄວິດ - 19  ໄດ້ເປີດຕົວຢ່າງເປັນທາງການຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພິທີເປີດຕົວເພື່ອແນໃສ່ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ນັບຮົບທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາວິສາຫະກິດ, ນັກທຸລະກິດ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມສະໜັບສະໜູນ, ບໍລິຈາກ, ໜູນຊ່ວຍໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19 ດ້ວຍຄວາມສະໝັກໃຈ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ, ດ້ວຍການຊີ້ນຳຢ່າງຂ້ຽວຂາດຂອງພັກ, ລັດ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ການຕອບສະໜອງ, ຄວາມເຫັນດີເຫັນພ້ອມ, ຄວາມຮັບຜິດຊອບຂອງທົ່ວປວງຊົນທັງຊາດ. ຫວຽດນາມ ໄດ້ຮັບການຢັ້ງຢືນແມ່ນຈຸດພົ້ນເດັ່ນຂອງໂລກ ກ່ຽວກັບການປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທັງພັດທະນາເສດຖະກິດ - ສັງຄົມ. ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຫວຽດນາມ ນອນໃນກຸ່ມບັນດາປະເທດມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຕຳທີ່ສຸດໃນໂລກ. ສ່ວນເສດຖະກິດ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຫາຍາກດ້ວຍການເຕີບໂຕເປັນບວກໃນໂລກ ໃນໄລຍະເກີດໂລກລະບາດໂຄວິດ - 19.

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ເພື່ອນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບທີ່ເປັນປົກກະຕິ, ພັກ ແລະ ລັດ ໄດ້ປະຕິບັດເປົ້າໝາຍສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນໝົດທຸກຄົນ ເພື່ອແນໃສ່ບັນລຸໄດ້ການຕ້ານເຊື້ອໃນວົງຄະນະຍາດ ແລະ ສິ່ງນີ້ຕ້ອງໄດ້ຮັກສາປະຈຳປີ.

ໄລ່ຮອດຕອນແລງວັນທີ 6 ມິຖຸນາ, ກອງທຶນກັນໂຄວິດ - 19 ໄດ້ຮັບເງິນເປັນຈຳນວນ 28,6 ຕື້ ດົ່ງ ສະໜັບສະໜູນຜ່ານຂໍ້ຄວາມ. ກ່ອນໜ້ານ້ໜ, ໃນພິທີ, ກອງທອນກໍ່ໄດ້ຮັບເງິນສະໜັບສະໜູນ ແລະ ຄຳໝັ້ນສັນຍາຈະໜູນຊ່ວຍຈຳນວນເງິນ 6.600 ຕື້ດົ່ງ ຈາກບັນດາອົງການ, ວິສາຫະກິດ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top