• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຫວຽດ​ນາມ ຈີນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ

ຜູ້ບັນຊາການສອງກອງກຳປັ່ນໄດ້ຕີລາຄາສູງປະສິດທິຜົນຂອງກົນໄກລາດຕະເວນໃນໄລຍະຜ່ານມາ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລອ່າວພາກເໜືອ, ຍົກສູງຄວາມສາມາດໃນການປະສານສົມທົບຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່.
  ການພົບປະລະຫວ່າງສອງຝ່າຍ (ພາບ: qdnd.vn)  

ຕອນເຊົ້າວັນທີ 16 ມີນາ, ຢູ່ທ່າກຳປັນຝ່ອງແທັກ (ແຂວງກ໋ວາງຊີ, ຈີນ) ໄດ້ດຳເນີນການພົບປະແລກປ່ຽນລະຫວ່າງຜູ້ບັນຊາການສອງກອງກຳປັ່ນກອງທັບເຮືອ ຫວຽດນາມ ແລະ ກອງທັງທັບເຮືອຈີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນໂຄງການພົບປະແລກປ່ຽນມິດຕະພາບ ດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10, ການລາດຕະເວນປະສົມຄັ້ງທີ 40 ແລະ ການຝືກຊ້ອມປະສົມຢູ່ເຂດທະເລອ່າວພາກເໜືອ ຂອງຄະນະປະຕິບັດງານ ກອງທັບເຮືອປະຊາຊົນ ຫວຽດນາມ ພ້ອມກັບກອງກຳປັ່ນເລກທີ 015 ເຈິ່ນຮຶງກ້າວ ແລະ 012 ລີທ້າຍໂຕ.

ທີ່ການພົບປະ,ຜູ້ບັນຊາການສອງກອງກຳປັ່ນໄດ້ຕີລາຄາສູງປະສິດທິຜົນຂອງກົນໄກລາດຕະເວນໃນໄລຍະຜ່ານມາ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລອ່າວພາກເໜືອ, ຍົກສູງຄວາມສາມາດໃນການປະສານສົມທົບຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. ທ່ານພັນເອກ ຄ້ານເຟິ້ງ ຮອງເສນາທິການໃຫຍ່ ຖານທີ່ໝັ້ນກວາງຈູ, ກອງທັບເຮືອທະຫານປົດປ່ອຍປະຊາຊົນຈີນ ເຊື່ອໝັ້ນວ່າການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງນາຍທະຫານ, ນັກຮົບເຮືອສອງປະເທດ.

ໂດຍຕາງໜ້າຄະນະຫວຽດນາມ, ທ່ານພັນເອກ ໂດມິງ, ຮອງຜູ້ບັນຍາກອງທັບເຮືອເຂດ 4, ຫົວໜ້າຄະນະປະຕິບັດງານ ໄດ້ຢັ້ງຢືນວ່າດ້ວຍການປະສານສົມທົບຢ່າງແໜ້ນແຟ້ນຂອງສອງຝ່າຍ, ບັນດາການເຄື່ອນໄຫວໃນຂອບເຂດພົບປະແລກປ່ຽນດ້ານປ້ອງກັນຊາດ, ລາດຕະເວນ ແລະ ຝືກຊ້ອມປະສົມຄັ້ງນີ້ຈະປະສົມຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ.

Top