• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10-ຂີດໝາຍໃໝ່ໃນຂະບວນການແຂ່ງຂັນຮັກຊາດ

      ດ້ວຍຫົວເລື່ອງ “ສາມັກຄີ, ປະດິດຄິດສ້າງ, ແຂ່ງຂັນສ້າງສາ ແລະ ປົກປັກຮັກສາປະເທດຊາດ” ນັ້ນ, ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ຈະດຳເນີນໃນລະຫວ່າງວັນທີ 9-10 ທັນວາ ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງທີ່ສຳຄັນ, ແມ່ນແຫ່ງເຕົ້າໂຮມ, ຍ້ອງຍໍຊົມເຊີຍ, ເຊີດຊູບັນດານັກວິລະຊົນ, ນັກຮົບແຂ່ງຂັນ, ແບບຢ່າງດີເດັ່ນ, ບັນດາປັດໄຈດີເດັ່ນກ່ວາໝູ່ ໃນຂະບວນການແຂ່ງຂັນຮັກຊາດ. ຜ່ານນັ້ນ, ສືບຕໍ່ປຸກລຸກກຳລັງແຮງອັນໃຫ່ຍຫຼວງ ຂອງກຸ່ມກ້ອນມະຫາສາມັກຄີແຫ່ງຊາດ ເພື່ອແນໃສ່ປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ ໃນໄລຍະທີ່ຈະມາເຖິງຢ່າງມີໄຊ.

ທ່ານໂງແຊັກທຶກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
(ພາບ: mattran.org.vn)
      ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ມີຜູ້ແທນທາງການປະມານ 2000 ຄົນ. ໃນນັ້ນ, ມີຜູ້ແທນຫຼາຍຄົນແມ່ນບຸກຄົນ, ຜູ້ຕາງໜ້າລວມໝູ່ ທີ່ໄດ້ຮັບນາມະຍົດວິລະຊົນແຮງງານ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ໄລຍະປ່ຽນແປງໃໝ່, ບັນດາບຸກຄົນດີເດັ່ນຕາງໜ້າຂອງ 53 ຊົນເຜົ່າສ່ວນໜ້ອຍ. ພິເສດ, ມີ 20 ຄົນເປັນແບບຢ່າງດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19;  30 ຄົນເປັນຜູ້ມີຄວາມເກ່ັງກ້າສາມາດໜຸ່ມ, ເຍົາວະຊົນ, ອະນຸຊົນດີເດັ່ນ…
ຂະບວນການແຂ່ງຂັນກາຍເປັນກຳລັງໜູນພັດທະນາເສດຖະກິດສັງຄົມ
    ໃນ 5 ປິຜ່ານມາ, ນັບແຕ່ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 9 (ເດືອນທັນວາປີ 2015), ຂະບວນການແຂ່ງຂັນຮັກຊາດ ໄດ້ຮັບການພັດທະນາຢ່າງເລິກເຊິ່ງກ້ວາງຂວາງຢູ່ພາຍໃນປະເທດ, ໄດ້ຮັບການປ່ຽນແປງໃໝ່ເທື່ອລະກ້າວ ດ້ວຍບັນດາຮູບການ, ເນື້ອໃນທີ່ອຸດົມສົມບູນ, ຕິດພັນກັບໜ້າທີ່ການເມືອງ ແລະ ສະພາບເສດຖະກິດສັງຄົມຂອງປະເທດຊາດ. ບັນດາຂະບວນການແຂ່ງຂັນ ໄດ້ກາຍເປັນກຳລັງໜູນພັດທະນາເສດຖະກິດສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.
  ຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ໄດ້ປະກອບສ່ວນນຳໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໄລຍະ 2010-2020 ປະຕິບັດສຳເລັດກ່ອນເກືອບ 2 ປີ. ຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ-ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ” ໄດ້ເສີມຂະຫຍາຍມູນເຊື້ອສາມັກຄີໃນປະຊາຄົມ, ປະກອບສ່ວນນຳຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດທຳອິດ ທີ່ປະຕິບັດສຳເລັດເປົ້າໝານສະຫັດສະວັດຂອງ ສປຊ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງຢ່າງໄວວາ, ຈາກ 9.2% ປີ 2016  ລົງຕຳ່ກ່ວາ 3% ໃນປີ 2020.
    ຂະບວນການ “ວິສາຫະກິດຫວຽດນາມ ເຊື່ອມໂຍງ ແລະ ພັດທະນາ” ໄດ້ຫັນເປັນລະອຽດ ດ້ວຍການດັດປັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ; ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ວິສາຫະກິດ; ສ້າງບັນດາລາຍການ, ແຜນການ, ແຜນຮ່າງ ກ່ຽວຂ້ອງເຖິງການໜູນຊ່ວຍວິສາຫະກິດ start up , ໜູນຊ່ວຍການສົ່ງເສີມການຄ້າ, ໜູນຊ່ວຍການປ່ຽນແປງໃໝ່ເຕັກໂນໂລຊີ… ໃນສະພາບການປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ 19 ແລະ ການຊຸດໂຊມເສດຖະກິດໂລກຢ່າງຮ້າຍແຮງນັ້ນ, ແຕ່ຈຳນວນວິສາຫະກິດທີ່ສ້າງຕັ້ງໃໝ່ແຕ່ປີ 2016 ມາຮອດປະຈຸບັນ ແມ່ນເພີ່ມຂຶ້ນຢ່າງລຽນຕິດ. ທ່ານໂງແຊັກທຶກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາວ່າ:
   ປະເທດຊາດມີການພັດທະນາຄືປັດຈຸບັນ ແມ່ນຍ້ອນກຳລັງເຫື່ອແຮງຂອງທົ່ວພັກ, ທົ່ວປວງຊົນ, ຂອງກຳມະກອນ, ຊາວກະສິກອນ, ນັກທຸລະກິດ, ນັກປັນຍາຊົນນັບລ້ານໆຄົນ ແລະ ສະມາຊິກທຸກຄົນໃນສັງຄົມ. ຍ້ອນການແຂ່ງຂັນ ແລະ ສາມັກຄີກັນສະນັ້ນ ໃນການຕໍ່ຕ້ານກໍ່ຍາດໄດ້ເອກະລາດ, ໃນການສ້າງສາປະເທດຊາດ ກໍ່ໄດ້ມີຄວາມສາມັກຄີກັນເພື່ອກ້າວຂຶ້ນ, ເພື່ອໃຫ້ປະເທດຊາດ ມີທີ່ຕັ້ງບົດບາດຄືປັດຈຸບັນນີ້.
ສືບຕໍ່ປຸກລຸກກຳລັງແຮງອັນໃຫ່ຍຫຼວງຂອງກຸ່ມກ້ອນມະຫາສາມັກຄີທັງຊາດ
    ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10 ແມ່ນເຫດການການເມືອງສຳຄັນ, ແມ່ນແຫ່ງແບ່ງປັນ ບັນດາວິທີເຮັດທີ່ດີ, ບັນດາຮູບແບບໃໝ່ ເພື່ອແນໃສ່ສ້າງການແຜ່ຂະຫຍາຍຄວາມໝາຍວັດທະນະທຳມະນຸດ, ມູນເຊື້ອຄຸນສົມບັດອັນລ້ຳຄ່າຂອງປະເທດຊາດ ແລະ ຊາວຫວຽດນາມ ໃນສັງຄົມ, ພິເສດແມ່ນໃນສະພາບການໃໝ່ປະຈຸບັນ. ກອງປະຊຸມໃຫ່ຍ ຈະສືບຕໍ່ປຸກລຸກກຳລັງແຮງສາມັກຄີ, ມານະພະຍາຍາມປະຕິບັດບັນດາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ. ກອງປະຊຸມໃຫ່ຍໄດ້ປຸກລະດົມຂະບວນການແຂ່ງຂັນ ໃນບັນດາຂົງເຂດ ແລະ ສືບຕໍ່ຍູ້ແຮງ 4 ຂະບວນການແຂ່ງຂັນຈຸດສຸມຄື: “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ-ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ”, “ວິສາຫະກິດຫວຽດນາມ ເຊື່ອມໂຍງ ແລະ ພັດທະນາ”, “ພະນັກງານ, ລັດຖະກອນແຂ່ງຂັນປະຕິບັດວັດທະນະທຳຢູ່ສຳນັກງານ”, ຕິດພັນກັບການຍູ້ແຮງ “ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບວິທີໂຮ່ຈີມິນ”… ທ່ານຮອງສາດສະດາຈານ, ດຣ ບຸ່ຍດິນຟອງ, ຄູສອນຂັ້ນສູງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໃຫ້ຮູ້ວ່າ:
   ແຂ່ງຂັນແມ່ນຕ້ອງມີປະຊາທິປະໄຕ, ຕ້ອງໃກ້ຊິດຕິດແທດ, ພິເສດ, ໂດຍພາຍໃຕ້ການນຳພາຂອງພັກ, ຕ້ອງເສີມຂະຫຍາຍບົດບາດ, ພູມປັນຍາ, ກຳລັງຂອງປະຊາຊົນໃຫ້ໝົດ. ຍ້ອນວ່າ ທຸກສິ່ງທຸກຢ່າງຖ້າບໍ່ອີງໃສ່ປະຊາຊົນ ໂດຍພາຍໃຕ້ການນຳພາຂອງພັກ, ແມ່ນຈະບໍ່ປະສົບຜົນສຳເລັດໄດ້.
   ດ້ວຍບັນດາໝາກຜົນບັນລຸໄດ້ ໃນຂະບວນການແຂ່ງຂັນໃນຊຸມປີທີ່ຜ່ານມາ ແລະ ບັນດາລັດຖະນະໂຍບາຍຈະໄດ້ຮັບຮອງເອົາທີ່ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຄັ້ງທີ 10, ຂະບວນການແຂ່ງຂັນ ກໍ່ຈະມີກຳລັງໜູນໃໝ່, ປະດິດຄິດສ້າງ, ສ້າງພື້ນຖານທີ່ໝັ້ນຄົງ ໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ໃນໄລຍະທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top