• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທະນາຍຄວາມ ຫວຽດນາມ ຄັ້ງທີ XIII, ອາຍຸການ 2019 – 2024

ຕອນເຊົ້າວັນທີ 13 ກັນຍາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທະນາຍຄວາມ ຫວຽດນາມ ຄັ້ງທີ XIII, ອາຍຸການ 2019 – 2024 ໄດ້ດຳເນີນຢູ່ ຮ່າໂນ້ຍ. 
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວ໊ກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ ແລະ ຜົນງານເຊິ່ງສະມາຄົມທະນາຍຄວາມ ຫວຽດນາມ ບັນລຸໄດ້ໃນອາຍຸການຜ່ານມາ. ເພື່ອປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດໜ້າທີ່ຂອງປະເທດຊາດ, ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ສະເໜີໃຫ້ສະມາຄົມທະນາຍຄວາມ ຫວຽດນາມ ໃກ້ຊິດຕິດແທດ ແລະ ກຳແໜ້ນບັນດາທັດສະນະຂອງພັກ, ລັດ, ຜັນຂະຫຍາຍການປະຕິບັດໜ້າທີ່ຂອງສະມາຄົມໃຫ້ມີປະສິດທິຜົນ.

 ທ່ານ ເຈິ່ນກວ໊ກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ (ພາບ: TTXVN)

ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກໍ່ຮຽກຮ້ອງໃຫ້ສະມາຄົມທະນາຍຄວາມ ຫວຽດນາມ ເພີ່ມທະວີວຽກງານສຶກສາອົບຮົບດ້ານການເມືອງ, ແນວຄິດ ແລະ ຈັນຍາບັນໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ. ທ່ານ ເຈິ່ນກວ໊ກເວື້ອງ ສະເໜີໃຫ້ສະມາຄົມທະນາຍຄວາມ ຫວຽດນາມ ຈັດຕັ້ງການເຄື່ອນໄຫວຕິດຕາມກວດກາ, ຕີລາຄາຄຸນນະພາບຂອງນະໂຍບາຍ, ກົດໝາຍຢ່າງມີປະສິດທິຜົນ; ເປັນເຈົ້າການເຂົ້າຮ່ວມວິວັດການປະຕິຮູບດ້ານຕຸລາການ, ການບໍລິຫານ, ປ່ຽນແປງໃໝ່ວຽກງານສ້າງ ແລະ ປະຕິບັດກົດໝາຍ.
(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top