• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈລະຈາຂັ້ນສູງທາງອອນລາຍກ່ຽວກັບການຟື້ນຟູ ອາຊຽນ ຫລັງໂຄວິດ-19

ອາຊຽນ ໄດ້ຜັນຂະຫຍາຍໃນການຮັບມືກັບໂລກລະບາດໂຄວິດ-19 ນັບແຕ່ຫົວທີ, ພິເສດແມ່ນໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ.

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ (ພາບ: baoquocte.vn)

ຕອນເຊົ້າວັນທີ 30 ກໍລະກົດ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ - ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ແລະ ປະທານກຸ່ມປະຕິບັດງານລະຫວ່າງຂະແໜງຂຶ້ນກັບສະພາປະສານງານ ອາຊຽນ ກ່ຽວກັບດ້ານສາທາລະນະສຸກໃນສະພາບສຸກເສີນ (ACCWG-PHE) ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາຂັ້ນສູງທາງອອນລາຍ ດ້ວຍຫົວຂໍ້ວ່າ “ຟື້ນຟູຫລັງໂລກລະບາດ: ມຸ່ງໄປເຖິງປະຊາຄົມ ອາຊຽນ ເຂັ້ມແຂງກ່ວາ”.

        ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຖືວ່າ: ຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງ ອາຊຽນ ນັບແຕ່ຂັ້ນການນຳສູງສຸດ, ໄດ້ສວມບົດບາດສຳຄັນໃນບັນດາລັດຖະນະໂຍບາຍ, ມາດຕະການຂອງ ອາຊຽນ ໄດ້ຜັນຂະຫຍາຍໃນການຮັບມືກັບໂລກລະບາດໂຄວິດ-19 ນັບແຕ່ຫົວທີ, ພິເສດແມ່ນໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ ດ້ວຍເລື່ອງຊີ້ນຳການສ້າງແຜນການສັງລວມກ່ຽວກັບການຟື້ນຟູ ອາຊຽນ ຫລັງໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top