• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຮອບທີ I ຂອງ ກຸ່ມປະຕິບັດງານປະສົມກ່ຽວກັບດ່ານຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ

      ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຮອບທີ I ກຸ່ມປະຕິບັດງານປະສົມກ່ຽວກັບດ່ານຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ. 

ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Sok Phal ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ (ພາບ: baoquocte.com)
      ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດເປັນຫົວໜ້າຄະນະ, ຄະນະຜູ້ແທນກຳປູເຈຍ ໂດຍທ່ານ Sok Phal ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ ເປັນຫົວໜ້າຄະນະ.
        ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາກ່ຽວກັບສະພາບການເຄື່ອນໄຫວຂອງລະບົບດ່ານຊາຍແດນຢູ່ການເສັ້ນຊາຍແດນລະຫວ່າງ ຫວຽດນາມ - ກຳປູເຈຍ ແລະ ເຫັນດີເປັນເອກະພາບນຳກັນວ່າ ລະບົບດ່ານຊາຍແດນນັບມື້ນັບພັດທະນາ ໄດ້ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວເສດຖະກິດ, ການຄ້າ, ການບໍລິການ ແລະ ການລົງທຶນຂອງບັນດາແຂວງຢູ່ເຂດຊາຍແດນ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນເຂດ ຊາຍແດນ.
            ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສົມທົບກັນຜັນຂະຫຍາຍວຽກງານຊາຍແດນໃນສະພາບການໃໝ່, ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີຈະລາຍງານຕໍ່ ລັດຖະບານສອງປະເທດອະນຸຍາດໃຫ້ສົມທົບກັນຮຽບຮຽງ “”ສັນຍາວ່າດ້ວຍດ່ານຊາຍແດນ ແລະ ຂໍ້ກຳນົດກົດລະບຽບໃນການຄຸ້ມຄອງດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ”
        ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກລວມ ຮັບຮູ້ໝາກຜົນທີ່ບັນລຸໄດ້ໃນການແລກປ່ຽນ ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຂອງ ກຸ່ມປະຕິບັດງານປະສົມໃນໄຕມາດ II ຂອງ ປີ 2020.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top