• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12 ໄດ້ປະຕິບັດສຳເລັດທຸກແຜນການທີ່ໄດ້ວາງອອກ

ພາຍຫຼັງເຮັດວຽກມາເປັນເວລາ 5 ວັນຢ່າງມີຄວາມຮັບຜິດຊອບ, ສຸມສະຕິປັນຍາ, ກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12 ໄດ້ປະສົບຜົນສຳເລັດຢ່າງຈົບງາມ


ພິທີອັດກອງປະຊຸມ

(ພາບ:VGP/Nhật Bắc)

ຕອນບ່າຍວັນທີ 6 ຕຸລາ, ພາຍຫຼັງພິທີອັດກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12, ຄະນະໂຄສະນາສຶກສາສູນກາງ ໄດ້ສົມທົບກັບຫ້ອງວ່າການສູນກາງພັກຈັດການປະຊຸມຂ່າວປະກາດກ່ຽວກັບໝາກຜົນຂອງກອງປະຊຸມ. ທ່ານ ເລກວາງຫວີງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ໃຫ້ຮູ້ວ່າ: ພາຍຫຼັງເຮັດວຽກມາເປັນເວລາ 5 ວັນຢ່າງມີຄວາມຮັບຜິດຊອບ, ສຸມສະຕິປັນຍາ, ກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດແຜນການທີ່ໄດ້ວາງອອກ. ທີ່ກອງປະຊຸມຄັ້ງນີ້, ສູນກາງໄດ້ຮັບຮອງເອົາບັນດາເນື້ອໃນພື້ນຖານຂອງມະຕິກ່ຽວກັບຍຸດທະສາດແຫ່ງການພັດທະນາແບບຍືນຍົງໃນຂົງເຂດເສດຖະກິດທະເລ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045; ກຳນົດຄວາມຮັບຜິດຊອບຕ້ອງເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນກຳມະການກົມການເມືອງ, ກຳມະການຄະນະເລຂາ, ກຳມະການຄະນະບໍລິຫານງານສູນກາງພັກ; ຮັບຮອງເອົາບົດສະຫລຸບກ່ຽວກັບສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2018, ແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2019.

        ຄະນະບໍລິຫານງານສູນກາງພັກ ກໍ່ເຫັນດີເປັນເອກະພາບຢ່າງສູງຕໍ່ເລື່ອງສະເໜີທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງດຳລົງຕຳແໜ່ງເປັນປະທານປະເທດ ສສ ຫວຽດນາມ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ຈະມາເຖິງ; ເລືອກຕັ້ງກຳມະການຄະນະກຳມະການກວດກາສູນກາງຊຸດທີ 12 ສອງທ່ານຕື່ມອີກ, ນັ້ນແມ່ນທ່ານ ຫວໍທ໊າຍງວຽນ ແລະ ທ່ານ ເຈິ່ນດຶກຖັ໊ງ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top