• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດອາຊຽນ - ສ.ເກົາຫຼີ ຄັ້ງທີ 21: ອາຊຽນ ສະແດງຄວາມຊົມເຊີຍຕໍ່ເລື່ອງ ສ.ເກົາຫຼີ ຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່

      ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ໄດ້ກ້າວເຂົ້າສູ່ໄລຍະທີ 2 ໃນການປະຕິບັດນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່, ໃນນັ້ນມີບັນດາໂຄງການຮ່ວມມືໃໝ່ ເພື່ອແນໃສ່ຍົກການພົວພັນກັບບັນດາປະເທດ ອາຊຽນ ຂຶ້ນສູ່ລະດັບຂອງ 4 ຄູ່ຮ່ວມມືໃຫຍ່ຂອງ ສ.ເກົາຫຼີ ນັ້ນແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ລັດເຊຍ

ກອງປະຊຸມສຸດຍອດອາຊຽນ - ສ.ເກົາຫຼີ ຄັ້ງທີ 21 (ພາບ: TTXVN) 
      ວັນທີ 12 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ ຄັ້ງທີ 21, ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ໄດ້ກ້າວເຂົ້າສູ່ໄລຍະທີ 2 ໃນການປະຕິບັດນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່, ໃນນັ້ນມີບັນດາໂຄງການຮ່ວມມືໃໝ່ ເພື່ອແນໃສ່ຍົກການພົວພັນກັບບັນດາປະເທດ ອາຊຽນ ຂຶ້ນສູ່ລະດັບຂອງ 4 ຄູ່ຮ່ວມມືໃຫຍ່ຂອງ ສ.ເກົາຫຼີ ນັ້ນແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ລັດເຊຍ, ສະແດງໃຫ້ເຫັນວ່າ ສ.ເກົາຫຼີຖືການພົວພັນກັບອາຊຽນເປັນສຳຄັນ. ສ.ເກົາຫຼີກໍ່ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ອາຊຽນ ພິເສດແມ່ນ ຫວຽດນາມ.
            ສອງຝ່າຍໄດ້ຢັ້ງຢືນເຖິງຄວາມຕັດສິນໃຈໃນການເພີ່ມທະວີການຮ່ວມມື ເພື່ອປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ, ອາຊຽນ ໄດ້ຕີລາຄາສູງຕໍ່ບັນດາການໜູນຊ່ວຍ ຂອງ ສ.ເກົາຫຼີໃນການຮັບມືກັບໂລກລະບາດ ໂຄວິດ - 19. ອາຊຽນກໍ່ສະເໜີໃຫ້ ສ.ເກົາຫຼີ ໜູນຊ່ວຍອາຊຽນຊຸກຍູ້ການຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຢີໃໝ່, ເພີ່ມທະວີການເຊື່ອມຕໍ່, ຍາດແຍ່ງບັນດາກາລະໂອກາດຈາກການປະຕິວັດເຕັກໂນໂລຢີ 4.0. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຜັນຂະຫຍາຍສັນຍາການຄ້າເສລີ ອາຊຽນ - ສ.ເກົາຫຼີ (AKFTA) ຢ່າງຄົບຖ້ວນ, ລົງນາມສັນຍາ RCEP ໂດຍໄວ. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບກ່ຽວກັບແຜນການກະທຳໄລຍະ 2021 – 2025 ເພື່ອແນໃສ່ກຳນົດທິດການພົວພັນອາຊຽນ - ສ.ເກົາຫຼີໃນໄລຍະ 5 ປີຈະມາເຖິງ.       
(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top