ກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ
ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກວາງແຜນກຳນົດນະໂຍບາຍ, ການນຳທ້ອງຖິ່ນ ແລະ ວິສາຫະກິດໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາທັດສະນະ, ກົນໄກ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງຂອງແຂວງ ແທງຮ໊ວາ ຮອດປີ 2030, ວິໄສທັດຮອດປີ 2045. ບັນດາຄຳເຫັນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາຂໍ້ຈຳກັດຂອງແຂວງ ແທງຮ໊ວາ, ຈາກນັ້ນ ວາງອອກມາດຕະການກ່ຽວກັບກຳລັງໜູນໃນການພັດທະນາເສດຖະກິດທະເລ, ເສດຖະກິດເຂດທົ່ງພຽງ ແລະ ເຂດພູດອຍຂອງແຂວງ ແທງຮ໊ວາ ໃນຊຸມປີຈະມາເຖິງ.
(ແຫຼ່ງຄັດຈາກ VOV)