ຂ່າວສານ

ກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ

 ຕອນເຊົ້າວັນທີ 04 ກໍລະກົດ, ທີ່ແຂວງ ແທງຮ໊ວາ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ເປັນປະທານກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ ຮອດປີ 2030, ວິໄສທັດຮອດປີ 2045.

ກອງປະຊຸມສຳມະນາການກໍ່ສ້າງ ແລະ ພັດທະນາແຂວງ ແທງຮ໊ວາ

ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກວາງແຜນກຳນົດນະໂຍບາຍ, ການນຳທ້ອງຖິ່ນ ແລະ ວິສາຫະກິດໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາທັດສະນະ, ກົນໄກ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງຂອງແຂວງ ແທງຮ໊ວາ ຮອດປີ 2030, ວິໄສທັດຮອດປີ 2045. ບັນດາຄຳເຫັນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາຂໍ້ຈຳກັດຂອງແຂວງ ແທງຮ໊ວາ, ຈາກນັ້ນ ວາງອອກມາດຕະການກ່ຽວກັບກຳລັງໜູນໃນການພັດທະນາເສດຖະກິດທະເລ, ເສດຖະກິດເຂດທົ່ງພຽງ ແລະ ເຂດພູດອຍຂອງແຂວງ ແທງຮ໊ວາ ໃນຊຸມປີຈະມາເຖິງ.
(ແຫຼ່ງຄັດຈາກ VOV)

top