• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫລຸບຜົນການບໍລິຫານນະໂຍບາຍເງິນຕາ ແລະ ການເຄື່ອນໄຫວທະນາຄານ 2018, ກຳນົດທິດທາງໜ້າທີ່ 2019

ຕອນເຊົ້າວັນທີ 09 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບຜົນການບໍລິຫານນະໂຍບາຍເງິນຕາ ແລະ ການເຄື່ອນໄຫວທະນາຄານປີ 2018, ກຳນົດທິດທາງໜ້າທີ່ 2019.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມຍັງມີທ່ານຜູ້ວ່າການທະນາຄານແຫ່ງລັດ ລາວ ສອນໄຊ ສິດພະໄຊ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        ໜ້າທີ່ການເມືອງກວມລວມ, ລຸລ່ວງເຊິ່ງໃນການສະຫລຸບຂອງສູນກາງພັກ ຫຼື ໃນມະຕິຂອງສະພາແຫ່ງຊາດ ແລະ ມະຕິ 01 ຂອງລັດຖະບານ, ນັ້ນແມ່ນການບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ລະມັດລະວັງ, ມີປະສິດທິຜົນ; ເພີ່ມທະວີຄວາມສາມາດຮັບມື, ຈຳກັດຜົນກະທົບທາງລົບຈາກພາຍນອກ, ສົມທົບກັບນະໂຍບາຍປີການເງິນ ແລະ ນະໂຍບາຍມະຫາພາກອື່ນຢ່າງກົມກຽວ; ຢຶດໝັ້ນເປົ້າໝາຍສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ.

        ທ່ານນາຍົກລັດຖະມົນຕີກໍ່ຊີ້ນຳຂະແໜງທະນາຄານໃນປີ 2019 ວ່າ ຕ້ອງຄວບຄຸມສິນເຊື່ອໃຫ້ມີການເຕີບໂຕຢ່າງເໝາະສົມ; ສືບຕໍ່ຍູ້ແຮງການສ້າງໂຄງປະກອບລະບົບສິນເຊື່ອຕິດພັນກັບການແກ້ໄຂໜີ້ເສຍຄືນໃໝ່; ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ; ຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຮງ.

 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top