• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະມັດຊາໃຫຍ່ IPU 145: ຫວຽດນາມ ຍົກອອກຂໍ້ສະເໜີເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ

ຫວຽດນາມ ຖືເປັນສຳຄັນທີ່ສຸດໃນບັນຫາຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ.

ຫວຽດນາມ ຖືເປັນສຳຄັນທີ່ສຸດໃນບັນຫາຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ.

    

ທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດ ກ່າວຄຳເຫັນທີ່ວາລະປະຊຸມ

(ພາບ: TTXVN)

 ໃນລະຫວ່າງວັນທີ 12 – 15 ຕຸລາ, ຄະນະຜູ້ແທນສະພາແຫ່ງຂາດ ຫວຽດນາມ ນຳໂດຍທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດ, ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມວາລະປະຊຸມຄັ້ງຕ່າງໆຂອງກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ ຄັ້ງທີ 145 (IPU 145) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Kigali, ປະເທດ Rwanda. ກ່າວຄຳເຫັນທີ່ວາລະປຶກສາຫາລືຄົບຄະນະກ່ຽວກັບຫົວຂໍ້ “ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບັນດາລັດຖະສະພາມີຄວາມສະເໝີພາບລະຫວ່າງຍິງ - ຊາຍ ແມ່ນກຳລັງໜູນເພື່ອປ່ຽນແປງໂລກແຫ່ງສັນຕິພາບ ແລະ ມີຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າ”, ທ່ານ ຫວູຫາຍຮ່າ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນທີ່ສຸດໃນບັນຫາຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ. ຄະນະຜູ້ແທນ ຫວຽດນາມ ໄດ້ຍົກອອກບາງຂໍ້ສະເໜີແນະ: ສືບຕໍ່ສ້າງລະບົບກົດໝາຍແຫ່ງຊາດ ແລະ ສາກົນໃຫ້ສົມບູນແບບ ສ້າງແລວຕິນິກຳເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.

        ເນື່ອງໃນໂອກາດນີ້, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະ, ແລກປ່ຽນກັບທ່ານປະທານ IPU, ທ່ານເລຂາທິການໃຫຍ່ IPU ປຶກສາຫາລືບັນດາເນື້ອໃນຮ່ວມມືຂອງ ຫວຽດນາມ ກັບ IPU ໃນນັ້ນມີສະມາຄົມສະມາຊິກລັດຖະສະພາທົ່ວໂລກ ຄັ້ງທີ 9 ຢູ່ ຫວຽດນາມ ໃນປີ 2023.

ແຫຼ່ງຄັດຈາກ VOV

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top