• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລະຫວ່າງຂະແໜງກຳປູເຈຍ ແລະ ບັນດາວິສາຫະກິດຢາງພາລາຫວຽດນາມ


(ກອງປະຊຸມລະຫວ່າງຂະແໜງກຳປູເຈຍ
ແລະບັນດາວິສາຫະກິດຢາງພາລາຫວຽດນາມ)
 
      ​ຕອນ​ເຊົ້າ​ວັນ​ທີ 02/08, ຢູ່​ຫ້ອງວ່າ​ການ​ສະ​ພາ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ໄດ້​​ດຳ​​ເນີນກອງ​ປະ​ຊຸມຄັ້ງ​ທີ 2 ລະ​ຫວ່າງ​ກະ​ຊວງກະ​ສິ​ກຳ - ປ່າ​ໄມ້ - ການ​ປະ​ມົງ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ອຳ​ນາດ​ການ​ປົກ​ຄອງ​ບາງ​ທ້ອງ​ຖິ່ນ​ຂອງ​ກຳ​ປູ​ເຈຍ ກັບ​ບັນ​ດາ​ບໍ​ລິ​ສັດ​ຢາງ​ພາ​ລາ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ປູກ​ຕົ້ນ​ຢາງ​ພາ​ລາ​ຢູ່​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ. ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ສະ​ຖານ​ທູ​ດ​ຫວຽດ​ນາມ, ກ​ຸ່ມ​ບໍ​ລິ​ສັດ​ອຸ​ດ​ສາ​ຫະ​ກຳ​ຢາງ​ພາ​ລາ ແລະ ບາງວິ​ສາ​ຫະ​ກິດ​ຢາງ​ພາ​ລາ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ສະ​ໜັບ​ສະ​ໜູນການ​ໜູນ​ຊ່ວຍຫຼາຍ​ດ້ານ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຈາກ​ສູນ​ກາງ ລົງ​ຮອດ​ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ໃນ​ເຂດ ແລະ ອ້ອມ​ຂ້າງ​ເຂດ​ມີ​ໂຄງ​ການ​ຂອງ​ບໍ​ລິ​ສັດ​ຫວຽດ​ນາມ. ກໍ່​ທີ່ກອງ​ປ​ະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ບໍ​ລິ​ສັດຢາງ​ພາ​ລາ​ຫວຽດ​ນາມ ໄດ້​ຍົກ​ອອກ​ບາງ​ຂໍ້​ສະ​ເໜີ​ກັບ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽ​ວ​ຂ້ອງ​ຂອງ​ກຳ​ປູ​ເຈ​ຍ, ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ພາ​ສີ, ອາ​ກອນ ໃນ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ຮັກ​ສາ ແລະ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ປູກ​ຕົ້ນ​ຢາ​ງ​ພາ​ລາ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ຂາ​ອອກ, ຂາ​ເຂົ້າ; ຄົ້ນ​ຄວ້າ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາ​ກ​ຢາງ​ພາ​ລາພາຍ​ຫຼັງ​ປຸງ​ແຕ່ງ; ພິ​ເສດ​ແມ່ນ​ລະ​ດັບ​ພາ​ສີ​ສົ່ງ​ອອກ​ໃຫ້​ເໝາະ​ສົມ​ກັບ​ບັນ​ດາ​ຂໍ້​ກຳ​ນົດ ແລະ ທຳ​ນຽມ​ສາ​ກົນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top