• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະຈຳການລັດຖະບານປືກສາຫາລືກ່ຽວກັບວຽກງານຂອງອະນຸກຳມະການເສດຖະກິດ,ສັງຄົມ

ຕອນເຊົ້າວັນທີ 18 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມ ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ໄດ້ເປັນປະທານກອງປະຊຸມຜູ້ປະຈຳການລັດຖະບານເພື່ອປຶກສາຫາລືວຽກງານຂອງອະນຸກຳມະການ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ເປັນປະທານກອງປະຊຸມປະຈຳການລັດຖະບານ

ເພື່ອປຶກສາຫາລືວຽກງານຂອງອະນຸກຳມະການ

(ພາບ: VGP)

ໜ້າທີ່ຂອງອະນຸກຳມະການເສດຖະກິດ - ສັງຄົມ ແມ່ນສ້າງເອກະສານ 2 ສະບັບຄື: ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ເພື່ອຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13ຂອງ ພັກກອມມູນິດຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບວິທີສ້າງເນື້ອໃນເພື່ອໃຫ້ບັນດາຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ, ສັງຄົມໃຫ້ມີຄຸນນະພາບດີທີ່ສຸດ, ທັງມີລັກສະນະທິດສະດີ, ທັງຕິດແທດກັບພຶດຕິກຳຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຜ່ານນັ້ນເພື່ອຊ່ວຍໃຫ້ປະເທດພັດທະນາຢ່າງເຂັ້ມແຂງກວ່າ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ຄວນຄົ້ນຄວ້າຢ່າງລະອຽດ, ສະເໜີບັນຫາຍຸດທະສາດເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ຄວາມໝັ້ນຄົງ, ການຕ່າງປະເທດ, ໂດຍສະເພາະແມ່ນໃນສະພາບການສາກົນມີການຜັນແປຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top