• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາບທາມຄວາມເຫັນດ້ານການເມືອງລະຫວ່າງ ຫວຽດນາມ ແລະ ໂປໂລຍ

ວັນທີ 19 ພະຈິກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອງຢຸງ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂປໂລຍ Marcin Przydac ເປັນປະທານຮ່ວມກອງປະຊຸມທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂປໂລຍ ຕາມຮູບການອອນລາຍ.

 ກອງປະຊຸມທາບທາມຄວາມເຫັນດ້ານການເມືອງລະຫວ່າງ ຫວຽດນາມ ແລະ ໂປໂລຍ (ພາບ: TTXVN)

ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ; 2 ຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ສະຫະປະຊາຊາດ ເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢຸງ ຂອບໃຈໂປໂລຍ ທີ່ໄດ້ຕັ້ງໜ້າສະໜັບສະໜູນເລື່ອງເຊັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ແລະ ສະເໜີ ໂປໂລຍ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ EVIPA ໃຫ້ສຳເລັດໂດຍໄວ ເພື່ອຫັນບັນດາຜົນປະໂຫຍດ ທີ່ສັນຍານຳມາໃຫ້ໃຫ້ປະກົດຜົນເປັນຈິງ.

        2 ຝ່າຍກໍ່ໄດ້ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ຕຸລາການ, ກະສິກຳ, ຊັບພະຍາກອນ - ສິ່ງແວດລ້ອມ, ວັດທະນະທຳ, ການທ່ອງທ່ຽວ…

        ໃນສະພາບການໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນ, 2 ຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ 2 ປະເທດໄດ້ກັບຄືນປະເທດຢ່າງປອດໄພ.  

 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top