• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງປະຖົມມະລືກ ຂອງອະນຸກໍາມະການເສດຖະກິດ-ສັງຄົມຂອງກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງທີ 13 ຂອງພັກ

ຕອນເຊົ້າວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງອະນຸກໍາມະການຮັບຜິດຊອບວຽກງານເສດຖະກິດ - ສັງຄົມຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ, ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກໍາມະການ ເປັນປະທານ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມ (ພາບ: vov.vn) 

 

ເຂົ້າຮ່ວມກອງປະຊຸມຍັງມີທ່ານນາງ ຕ່ອງທິຟ໊ອງ ກໍາມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ; ທ່ານ ເຈືອງຮວ່່າບິນ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ; ທ່ານ ເວືອງດິງເຫວ້ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ; ແລະ ທ່ານຟ້າມບິງມິນ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານຫງວຽນຊວນຟຸກ ຊີ້ແຈ້ງວ່າ ພ້ອມກັບ 4 ອະນຸກໍາມະການອື່ນ ຄື ອະນຸກໍາມະການຮັບຜິດຊອບກ່ຽວກັບເອກະສານ; ອະນຸກໍາມະການກົດລະບຽບຂອງພັກ; ອະນຸກໍາມະການຮັບຜິດຊອບກ່ຽວກັບບຸກຄະລາກອນ ແລະ ອະນຸກໍາມະການຮັບຜິດຊອບວຽກງານຈັດຕັ້ງ ທີ່ຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ, ອະນຸກໍາມະການຮັບຜິດຊອບວຽກງານເສດຖະກິດ-ສັງຄົມ ໂດຍຄະນະບໍລິຫານງານສູນການພັກສ້າງຕັ້ງຂຶ້ນ ໂດຍມີສະມາຊິກ 51 ຄົນ. ອະນຸກໍາມະການດັ່ງກ່າວ ມີໜ້າທີ່ສໍາຄັນ ແມ່ນ ສ້າງຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ ແຕ່ປີ 2021 – 2030 ແລະ ບົດລາຍງານເສດຖະກິດ-ສັງຄົມ 2021 – 2025. ນີ້ແມ່ນເອກະສານສອງສະບັບ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ ແລະ ນໍາໃຊ້ໃນກອງປະຊຸມໃຫຍ່ຢ່າງເປັນທາງການ. ຕາມນັ້ນແລ້ວ, ເອກະສານກ່ຽວກັບເສດຖະກິດສັງຄົມຕ້ອງຍົກໃຫ້ເຫັນການກໍານົດທິດຍຸດທະສາດໃຫ້ແກ່ການພັດທະນາປະເທດຊາດໃນທົດສະວັດໃໝ່.

        ທ່ານນາຍົກລັດຖະມົນຕີກໍຖືວ່າ ບັນດາເນື້ອໃນບົດລາຍງານ ແລະ ຍຸດທະສາດຄວນໄດ້ຍົກອອກບັນດາບັນຫາຂໍ້ຂາດຕົກບົກຜ່ອງຂອງປະເທດຊາດ ຢ່າງກົງໄປກົງມາ, ຈາກນັ້ນຍົກອອກບັນດາສາຍເຫດ, ບົດຮຽນ ແລະ ສະເໜີມາດຕະການແກ້ໄຂ. ໃນສະພາບທີ່ປະເທດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຄືໃນປັດຈຸບັນ, ການວິເຄາະສະພາບການໂລກ ແລະ ປະເທດຢ່າງລະອຽດນັ້ນແມ່ນ ເພື່ອຍົກອອກບັນດາການກໍານົດທິດຍຸດທະສາດ ແມ່ນສິ່ງສໍາຄັນທີ່ສຸດ.


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top