• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 7 ຂອງ ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ແຜນການລົງທຶນສາທາລະນະໄລຍະກາງ

      ກອງປະຊຸມໃນສອງວັນ ແຕ່ວັນທີ 18 – 19 ມັງກອນ ເພື່ອພິຈາລະນາ, ຕັດສິນບັນດາເນື້ອໃຈສຳຄັນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  VTC)
      ຕອນເຊົ້າວັນທີ 18 ມັງກອນ, ຄະນະປະຈຳສະພາແຫ່ງຊາດ ໄຂກອງປະຊຸມຄັ້ງທີ 7 ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ ກອງປະຊຸມໃນສອງວັນ ແຕ່ວັນທີ 18 – 19 ມັງກອນ ເພື່ອພິຈາລະນາ, ຕັດສິນບັນດາເນື້ອໃຈສຳຄັນ. ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການນອະພິປາຍຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ຍ້ອງຍໍຊົມເຊີຍ (ສະບັບປັບປຸງ). ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບົດລາຍງານວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ ເດືອນທັນວາ 2021 ຂອງສະພາແຫ່ງຊາດ. ກ່ຽວກັບການຕັດສິນບັນດາວຽກງານສຳຄັນ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນຕໍ່ການເພີ່ມເຕີມແຜນການລົງທຶນຕ່າງປະເທດ ຈາກຈຳນວນທຶນທີ່ຍັງບໍ່ທັນຈັດແບ່ງ ແລະ ດັດປັບ, ຄາດຄະເນແຜນການລົງທຶນສາທາລະນະໃນໄລຍະກາງຈາກງົບປະມານສູນກາງໄລຍະ 2021 – 2025 ສຳລັບບັນຊີລາຍຊື່ໂຄງການຂອງບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ (ງວດທີ 2). ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍຈະປະກອບຄໍາເຫັນກ່ຽວກັບການສະຫຼຸບກອງປະຊຸມວິສາມັນ ຄັ້ງທີ 1, ສະພາແຫ່ງຊາດຊຸດທີ XV ແລະ ບາງເນື້ອໃນສຳຄັນອື່ນໆ.
(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top