• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 15 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ຫຼາດບັງຫຼວງ

      ຕອນເຊົ້າວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທີ 15 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳ, ເພື່ອສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວປີ 2018, ວາງອອກໜ້າທີ່ຈຸດສຸມໃນປີ 2019.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເປັນປະທານຊີ້ນຳກອງປະຊຸມ
(ພາບ: TTXVN)
            ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ, ບັນດາໜ້າທີ່ຈຸດສຸມຄວນສຸມໃສ່ປະຕິບັດໃນໄລຍະຈະມາເຖິງນັ້ນແມ່ນ, ສືບຕໍໍ່ຊີ້ນຳຍູ້ແຮງລະດັບຄວາມຄືບໜ້າໃນການສ້າງລະບອບລະບຽບການກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ; ຊີ້ນຳການຄົ້ນຄວ້າ, ສະເໜີບາງແຜນນະໂຍບາຍ, ກຳນົດທິດໃຫຍ່ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ເພື່ອຮັບໃຊ້ໃຫ້ແກ່ການສ້າງຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ພ້ອມກັນນັ້ນ, ຊີ້ນຳປະຕິບັດການຜັນຂະຫຍາຍບັນດາລະບຽບການຂອງພັກ, ລັດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ…
 (ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top