• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂອງຄະນະເລຂາສູນກາງພັກ ກ່ຽວກັບຜົນການກວດກາການປະຕິບັດມະຕິເລກທີ 18, 19 ຂອງຄະນນະບໍລິຫານງານສູນກາງພັກ ຊຸດທີ 12

ຖ້າຫາກໃຫ້ພັກເຂັ້ມແຂງນັ້ນ, ກ່ອນອື່ນໝົດແມ່ນຕ້ອງມີສະມາຊິກພັກທີ່ດີ.
ວັນທີ 18 ທັນວາ, ຢູ່ສໍານັກງານສູນກາງພັກ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ, ປະກອບຄໍາຄິດເຫັນກ່ຽວກັບການປະກາດໃຊ້ຄໍາສັ່ງຂອງຄະນະເລຂາ ກ່ຽວກັບການຍົກສູງຄຸນນະພາບຂອງການຮັບເຂົ້າເປັນສະມາຊິກພັກ ແລະການສໍາຫຼວດກວດກາ, ຄັດເລືອກ, ໄລ່ບຸກຄົນທີ່ບໍ່ມີມາດຖານຄຸນສົມບັດຂອງສະມາຊິກພັກໃຫ້ອອກຈາກພັກ. ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ຖ້າຫາກໃຫ້ພັກເຂັ້ມແຂງນັ້ນ, ກ່ອນອື່ນໝົດແມ່ນຕ້ອງມີສະມາຊິກພັກທີ່ດີ; ຖ້າຫາກເຮັດໄດ້ສິ່ງດັ່ງກ່າວ ຕ້ອງປະຕິບັດວຽກງານການສຶກສາ, ຝຶກຝົນຫຼໍ່ຫຼອມສະມາຊິກພັກ, ຄັດເລືອກ, ແກ້ໄຂບັນດາສະມາຊິກພັກທີ່ລະເມີດຂໍ້ກໍານົດ,  ຕ້ານການເສື່ອມຖອຍແນວຄວາມຄິດດ້ານການເມືອງ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ພາຍໃນພັກໃຫ້ເປັນຢ່າງດີ. ຕ້ອງເອົາໃຈໃສ່ເຖິງການສຶກສາດ້ານການເມືອງແນວຄວາມຄິດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນການດໍາລົງຊີວິດ. ພ້ອມກັນນັ້ນ, ສືບຕໍ່ສ້າງບັນດາຂໍ້ກໍານົດ, ກົດລະບຽບກ່ຽວກັບການຍົກສູງຄຸນນະພາບການເຄື່ອນໄຫວຂອງໜ່ວຍພັກໃຫ້ເໝາະສົມກັບສະພາບການ, ເງື່ອນໄຂລະອຽດ ຢູ່ທ້ອງຖິ່ນ, ອົງການ, ຫົວໜ່ວຍ ບົນພື້ນຖານບັນດາຂໍ້ກໍານົດ, ການແນະນໍາຂອງສູນກາງພັກ ໃຫ້ສົມບູນແບບ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:thoibaotaichinh.vn)

ແລະກໍໃນວັນດຽວກັນ, ຄະນະເລຂາສູນກາງພັກ ໄດ້ມີການປະຊຸມ, ປະກອບຄໍາຄິດເຫັນກ່ຽວກັບຜົນຂອງ 5 ຄະນະຂອງຄະນະເລຂາກວດກາການເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບການປ່ຽນແປງ, ຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີຜົນສັກສິດ ແລະ ປະສິດທິຜົນ; ມະຕິເລກທີ 19 ກ່ຽວກັບການປ່ຽນແປງໃໝ່ລະບົບຈັດຕັ້ງ ແລະ ຄຸ້ມຄອງ, ຍົກສູງຄຸນນະພາບ, ປະສິດທິຜົນຂອງບັນດາອົງການລັດ, ຕິດພັນກັບການ ບົດສະຫຼຸບເລກທີ 64 ຂອງຄະນະບໍລິຫານສູນກາງພັກຊຸດທີ 11 ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ບູລະນະລະບົບການເມືອງຈາກຂັ້ນສູນກາງຕະຫຼອດຮອດຂັ້ນຮາກຖານໃຫ້ສົມບູນແບບ.
(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

49 ປີພາຍຫລັງໄດ້ຮັບການປົດປ່ອຍຢ່າງສົມບູນ (1975 – 2024), ນະຄອນ ໂຮ່ຈີມິນ ປະຈຸບັນໄດ້ພັດທະນາເປັນຕົວເມືອງໃຈກາງການບໍລິຫານທັນສະໄຫມຂອງ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ. ຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຮັບຮອງຈາກອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ວ່າ ແມ່ນສະມາຊິກຂອງເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ.

Top