• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມການຕ່າງປະເທດຄັ້ງທີ 32: ຂະແໜງການຕ່າງປະເທດຕ້ອງສືບຕໍ່ຫັນປ່ຽນຢ່າງເຂັ້ມແຂງກວ່າ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງຍົກສູງ, ພັດທະນາຂະແໜງການຕ່າງປະເທດ ຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ (ພາບ: TTXVN)

ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດກອງປະຊຸມການຕ່າງປະເທດຄັ້ງທີ 32, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມຄົບຄະນະກ່ຽວກັບການສ້າງ, ພັດທະນາຂະແໜງ. ທີ່ວາລະປະຊຸມ, ການນຳກະຊວງ, ຂະແໜງການຈຳນວນໜຶ່ງ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າອົງການການທູດໄດ້ຍົກອອກບົດຮຽນຂອງບາງປະເທດ, ເພື່ອປະກອບສ່ວນສ້າງ ແລະ ພັດທະນາຂະແໜງການທູດ; ສະເໜີກ່ຽວກັບສຳນັກງານ, ເຄື່ອງອຸປະກອນຂອງອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ບັນຈຸພະນັກງານ, ມາດຕະຖານນະໂຍບາຍ, ລະບອບສຳລັບພະນັກງານຂະແໜງການທູດ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງຍົກສູງ, ພັດທະນາຂະແໜງການຕ່າງປະເທດ ຫວຽດນາມ; ສະເໜີໃຫ້ຂະແໜງການຕ່າງປະເທດ ຫວຽດນາມ ໃນປີ 2024 ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພື່ອຫັນປ່ຽນໃຫ້ເຂັ້ມແຂງກວ່າ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top