• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມກວດກາວຽກງານກະກຽມຈັດຕັ້ງ ກອງປະຊຸມຂັ້ນສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢູ່ຫວຽດນາມ

      ເລື່ອງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຖືກຈັດຂຶ້ນຢູ່ຫວຽດນາມ ແມ່ນເຫດການການເມືອງ, ການພົວພັນຕ່າງປະເທດທີ່ມີຄວາມໝາຍແຖວໜ້າຂອງຫວຽດນາມ ໃນປີ 2019
             ຕອນເຊົ້າວັນທີ 22 ກຸມພາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມກວດກາວຽກງານກະກຽມ ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ທີ່ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍໃນຊຸມວັນຈະມາເຖິງ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຢັ້ງຢືນວ່າ ເລື່ອງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຖືກຈັດຂຶ້ນຢູ່ຫວຽດນາມ ແມ່ນເຫດການການເມືອງ, ການພົວພັນຕ່າງປະເທດທີ່ມີຄວາມໝາຍແຖວໜ້າຂອງຫວຽດນາມ ໃນປີ 2019, ອັນໄດ້ສະແດງໃຫ້ເຫັນແຜນນະໂຍບາຍທີ່ມີຊີວິດຊີວາຂອງຫວຽດນາມ ທີ່ວ່າ ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງ ປະຊາຄົມສາກົນ ແລະ ປະກອບສ່ວນຕັ້ງໜ້າ, ມີຄວາມຮັບຜິດຊອບ ເຂົ້າໃນບັນດາບັນຫາຂອງພາກພື້ນ ແລະ ສາກົນ. ຜ່ານນັ້ນ, ປະກອບສ່ວນໂຄສະນາເຜີຍແຜ່ ພາບພົດຂອງປະເທດຊາດ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນ. ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເປັນຈຸດນັດພົບທີ່ສະດວກໃຫ້ແກ່ການດຶງດູດການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທໍາທີ່ຫຼາຍຮູບຫຼາຍສີ, ເຕັມໄປດ້ວຍສີສັນຂອງຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມກວດກາວຽກງານກະກຽມ ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 (ພາບ: congan.com.vn)
      ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຮຽກຮ້ອງບັນດາອົງການທີ່ກ່ຽວຂ້ອງ ຈົ່ງຈັດຕັ້ງປະຕິບັດສໍາເລັດວຽກງານກະກຽມໂດຍໄວ, ໃນນັ້ນ, ວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ ແມ່ນບູລິມະສິດແຖວໜ້າ ແລະ ຕ້ອງໄດ້ຮັບປະກັນຢ່າງສຸດຂີດ.  ວຽກງານການຕ້ອນຮັບຕ້ອງຮັບປະກັນຢ່າງລອບຄອບຖີ່ຖ້ວນ, ສຸພາບ, ບົນເນື້ອໃນຈິດໃຈ ໜູນຊ່ວຍ, ຮັບປະກັນຄວາມສະດວກທີ່ສຸດໃຫ້ສອງຝ່າຍພົບປະກັນ, ແລກປ່ຽນ, ເຮັດວຽກຢູ່ຫວຽດນາມ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ; ວຽກງານໂຄສະນາ, ສື່ມວນຊົນ ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ນັກຂ່າວສາກົນ ມາ ຫວຽດນາມ ເອົາຂ່າວ ກ່ຽວກັບກອງປະຊຸມ ແລະ ການເຄື່ອນໄຫວສອງຝ່າຍໃນໂອກາດນີ້. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top