ກອງປະຊຸມຜູ້ບັນຊາການທະຫານສູງສຸດ ອາຊຽນ ຄັ້ງທີ 23 (ACDFM-23) ດ້ວຍຫົວຂໍ້ “ພ້ອມກັນຮັບປະກັນໃຫ້ອະນາຄົດຂອງພວກເຮົາ” ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 21 ພຶດສະພາ, ຕາມຮູບແບບທາງໄກ. ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໜ້າ, ເຂົ້າຮ່ວມກອງປະຊຸມຈາກສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ.
ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນ ອາຊຽນ ແລະ ປະຊາຄົມສາກົນ, ທ່ານພົນເອກ ຫງວຽນເຕິນເກືອງ ຢຶນຢັນວ່າ ກອງທັບປະຊາຊົນ ຫວຽດນາມ ຈະສືບຕໍ່ປະກອບສ່ວນກໍ່ສ້າງ ເພື່ອໃຫ້ ອາຊຽນ ສາມັກຄີ, ເປັນເຈົ້າການ, ປັບຕົວ ແລະ ກຽມພ້ອມໃຫ້ອະນາຄົດ. ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍ່ຢຶດໝັ້ນຫຼັກການແກ້ໄຂການຄັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ເຄົາລົບກົດໝາຍສາກົນ.
ກອງປະຊຸມໄດ້ຮັບຮອງເອົາແຜນການເຄື່ອນໄຫວ 2 ປີຂອງກອງທັບບັນດາປະເທດ ອາຊຽນ ໄລຍະ 2026 – 2028, ກໍຄືຖະແຫຼງການຮ່ວມ “ພ້ອມກັນຮັບປະກັນໃຫ້ອະນາຄົດຂອງພວກເຮົາ”. ສິ້ນສຸດກອງປະຊຸມ, ຟີລິບປິນ ໄດ້ມອບໜ້າທີ່ປະທານ ACDFM-24 ໃຫ້ແກ່ ສິງກະໂປ.







