• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ຮ່າ​ໂນ້ຍ​ຕາມ​ທິດ​ສະ​ຖານ​ທີ່​ເປີດ, ຫຼາຍ​ລະ​ດັບ, ຫຼາຍ​ຊັ້ນ, ຫຼາຍຂົ້ວ ແລະ ຫຼາຍ​ສູນ​ກາງ

ທີ່​ການ​ຖະ​ແຫຼງ​ຂ່າວ, ຜູ້​ຕາງ​ໜ້າ​ພະ​ແນກວາງ​ແຜນ​ຜັງ​ສະ​ຖາ​ປັດ​ຕະ​ຍາ​ກຳ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ການ​ວາງ​ແຜນ​​ຜັງ​ສັງ​ລວມ​ນະ​ຄອນຫຼວງ ຮ່າ​ໂນ້ຍ​ວິ​ໄສ​ທັດ​ຮອດ​ປີ 100 ປີ​ຖື​ທັດ​ສະ​ນະ​ສ້າງ​ນະ​ຄອນຫຼວງ ແຫ່ງ​ອະ​ລິ​ຍາ​ທຳ - ສີ​ວິ​ໄສ - ທັນ​ສະ​ໄໝ - ມີ​ຄວາມ​ຜາ​ສຸກ”
ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ (ພາບ: VOV)

ກອງ​ປະ​ຊຸມ​ປະ​ກາດ​ແຜນ​ການ​ສັງ​ລວມນະ​ຄອນຫຼວງ​ຮ່າ​ໂນ້ຍ​ວິ​ໄສ​ທັດ 100 ປີ ແລະ ການສົ່ງ​ເສີມ​ການ​ລົງ​ທຶນປີ 2026 ຈະ​ດຳ​ເນີນ​ໃນ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ, ທາງ​ນະ​ຄອນ​ຮ່າ​ໂນ້ຍ​ຈະປະ​ກາດ​ແຜນ​ຜັງ​ສັງ​ລວມ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ວິ​ໄສ​ທັດ 100 ປີ. ນີ້​ແມ່​ນ​ຂໍ້​ມູນ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ເຜີຍ​ໃຫ້​ຮູ້​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 25 ມິ​ຖຸ​ນາ.

ຕາມ​ແຜນ​ການ​ແລ້ວ, ຢູ່ກອງ​ປະ​ຊຸມ, ນະ​ຄອນ​ຮ່າ​ໂນ້ຍ​ຈະ​ແນະ​ນຳ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດສະ​ເພາະ, ໂດດ​ເດັ່ນ, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ນະ​ຄອນຫຼວງ; ກຳ​ນົດ​ທິດ, ແຜນ​ການ​ດຶງ​ດູດ​ການ​ລົງ​ທຶນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ສັງ​ກາດ​ໃໝ່.

ທີ່​ການ​ຖະ​ແຫຼງ​ຂ່າວ, ຜູ້​ຕາງ​ໜ້າ​ພະ​ແນກວາງ​ແຜນ​ຜັງ​ສະ​ຖາ​ປັດ​ຕະ​ຍາ​ກຳ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ການ​ວາງ​ແຜນ​​ຜັງ​ສັງ​ລວມ​ນະ​ຄອນຫຼວງ ຮ່າ​ໂນ້ຍ​ວິ​ໄສ​ທັດ​ຮອດ​ປີ 100 ປີ​ຖື​ທັດ​ສະ​ນະ​ສ້າງ​ນະ​ຄອນຫຼວງ ແຫ່ງ​ອະ​ລິ​ຍາ​ທຳ - ສີ​ວິ​ໄສ - ທັນ​ສະ​ໄໝ - ມີ​ຄວາມ​ຜາ​ສຸກ”, ຖື​ມະ​ນຸດ​ເປັນ​ໃຈ​ກາງ, ດ້ວຍ​ໂຄງ​​ປະ​ກອບ​ສະ​ຖານ​ທີ່​ພັດ​ທະ​ນາ​ຕາມ​ຮູບ​ແບບ “ຫຼາຍ​ລະ​ດັບ, ຫຼາຍ​ຊັ້ນ, ຫຼາຍ​ຂົ້ວ, ຫຼາຍ​ສູນ​ກາງ”, ຖື​ແມ່​ນ້ຳ​ແດງ​ເປັນ​ຈຸດຫຼັກ​ຂອງ​ທິວ​ທັດຂິ​ສະ​ພາບ - ວັດ​ທະ​ນະ​ທຳຫຼັກ​ແຫຼ່ງ ລວມ​ມີ 9 ຂົ້ວ​ພັດ​ທະ​ນາ, 9 ເຂດ​ສູນ​ກາງ ແລະ 9 ຈຸດຫັກ​ກຳ​ລັງ​ຜັກ​ດັນ.

(ແຫຼ່ງຄັດຈາກ VOV)

ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026

ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026

ດ້ວຍ​ຫົວ​ຂໍ້ “​ພ້ອມ​ກັນມີຄວາມ​ຕັດ​ສິນ​ໃຈ ​ເພື່ອ​ສ້າງ​ຕາ​ແສງ, ເຂດ​ພິ​ເສດ​ບໍ່​ມີ​ຢາ​ເສັບ​ຕິດ”, ງານ​ຊຸມ​ນຸມ​ມິດ​ຕິງ 2026 ໄດ້​ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ແບບ​ທາງ​ໄກ​ໃນ​ທົ່ວ​ປະ​ເທດ.

Top