• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີ​ສູນ​ໜູນ​ຊ່ວຍ​ການ​ຜະ​ລິດ​ທົດ​ລອງ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ ແຫ່ງ​ຊາດ ຢ່າງ​ເປັນ​ທາງ​ການ

ສູນ​ມີ​ໜ້າ​ທີ່​ໜູນ​ຊ່ວຍ​ຂັ້ນ​ຕອນນັບ​ແຕ່​ການ​ອອກ​ແບບ, ຜະ​ລິດ​ທົດ​ລອ​ງ​ຕະຫຼອດ​ຮອດ​ການກວດ​ກາ, ພ້ອມ​ທັງ​ເຊື່ອມ​ຕໍ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ແລະ ວິ​ສາ​ຫະ​ກິດ​ກັບ​ໂຮງ​ງານ​ຜະ​ລິດ​ປຸງ​ແຕ່ງ​ຊິບ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຫັນ​ຜ​ະ​ລິດ​ຕະ​ພັນ​ເປັນ​ການ​ຄ້າ ແລະ ພັດ​ທ​ະ​ນາ​ລະ​ບົບ​ນິ​ເວດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ.
ພິ​ທີ​ເປີດ​ສູນ​ແຫ່ງ​ຊາດ​ໜູນ​ຊ່ວຍ​ການ​ຜະ​ລິດ​ທົດ​ລອງ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ (ພາບ: VGP/TG)

ຕອນ​ເຊົ້າ​ວັນ​ທີ 26 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ ຫວຽດ​ນາມ ຈັດ​ພິ​ທີ​ເປ​ີດ​ຕົວ​ສູນ​ໜູນ​ຊ່ວຍ​ການ​ຜະ​ລິດ​ທົດ​ລອງ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ແຫ່ງ​ຊາດ (Vietnam National Multi-Project Wafer Coordination Center - VNMPW/CC). ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສູນ​ລະ​ດັບ​ຊາດແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ ໜູນ​ຊ​່ວຍ​ການ​ຜະ​ລິດ​ທົດ​ລອງ​ຊິ່ບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ສວມ​ບົດບາດ​ເຊື່ອມ​ຕໍ່​ຄວາມ​ຕ້ອງ​ການ​ຄົ້ນ​ຄ້​ວາ, ອອກ​ແບບ​ຊິບ​ພາຍ​ໃນ​ປະ​ເທດ ດ້ວຍ​ລະ​ບົບ​ນິ​ເວດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ທົ່ວ​ໂລກ.

ສູນ​ມີ​ໜ້າ​ທີ່​ໜູນ​ຊ່ວຍ​ຂັ້ນ​ຕອນນັບ​ແຕ່​ການ​ອອກ​ແບບ, ຜະ​ລິດ​ທົດ​ລອ​ງ​ຕະຫຼອດ​ຮອດ​ການກວດ​ກາ, ພ້ອມ​ທັງ​ເຊື່ອມ​ຕໍ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ແລະ ວິ​ສາ​ຫະ​ກິດ​ກັບ​ໂຮງ​ງານ​ຜະ​ລິດ​ປະ​ດິດແຕ່ງ​ຊິບ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຫັນ​ຜ​ະ​ລິດ​ຕະ​ພັນ​ເປັນ​ການ​ຄ້າ ແລະ ພັດ​ທ​ະ​ນາ​ລະ​ບົບ​ນິ​ເວດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ.

ທີ່​ພິ​ທີ​ເປ​ີດ, ສູນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍກ​ານ​ຮ່ວມ​ມື​ກັບ 19 ຄູ່​ຮ່ວມ​ມື​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ພິ​ເສດ​ແມ່ນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ຂອງ​ລະ​ບົບ​ສະ​ໜອງ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ທົ່ວ​ໂລກ​ຄື: : Intel, Infineon, Amkor, Cadence, Synopsys; ແລະ ບັນ​ດາ​ຫົວ​ໜ່ວຍ​ສະ​ໜອງ​ການ​ບໍ​ລິ​ການ​ຜະ​ລິດ​ຂອງ Foundry ແຖວ​ໜ້າ​ໂລກ TSMC, Global Foundries,...

(ແຫຼ່ງຄັດຈາກ VOV)

ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026

ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026

ດ້ວຍ​ຫົວ​ຂໍ້ “​ພ້ອມ​ກັນມີຄວາມ​ຕັດ​ສິນ​ໃຈ ​ເພື່ອ​ສ້າງ​ຕາ​ແສງ, ເຂດ​ພິ​ເສດ​ບໍ່​ມີ​ຢາ​ເສັບ​ຕິດ”, ງານ​ຊຸມ​ນຸມ​ມິດ​ຕິງ 2026 ໄດ້​ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ແບບ​ທາງ​ໄກ​ໃນ​ທົ່ວ​ປະ​ເທດ.

Top