ໃນພາບພົດການພັດທະນາຕົວເມືອງທັນສະໄໝ, ເສດຖະກິດຍາມກາງຄືນພວມຄ່ອຍໆກາຍເປັນຈຸດພົ້ນເດັ່ນຍຸດທະສາດ, ບໍ່ພຽງແຕ່ໃຫ້ແກ່ຂະແໜງການທ່ອງທ່ຽວເທົ່ານັ້ນ ຫາກຍັງແມ່ນໄມ້ງັດເປີດກວ້າງຕ່ອງໂສ້ຄຸນຄ່າເສດຖະກິດ-ສັງຄົມໃຫ້ແກ່ບັນດາຕົວເມືອງໃຫ່ຍອີກດ້ວຍ. ຢູ່ພາກເໜືອ ຫວຽດນາມ, ກວາງນິງ ພວມມານະພະຍາຍາມຂຸດຄົ້ນຄວາມສາມາບົ່ມຊ້ອນນີ້, ມຸ່ງໄປເຖິງການສ້າງ “ຕົວເມືອງບໍ່ນອນ” ທີ່ຟົດຟື້ນທັງວັນ ແລະ ຄືນ.
ກວາງນິງ ແມ່ນໜຶ່ງໃນ 12 ແຂວງ/ນະຄອນທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດທົດລອງແຜນຮ່າງ “ຮູບແບບພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນຈຳນວນໜຶ່ງ” ຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຕາມແຜນຮ່າງ “ພັດທະນາເສດຖະກິດຍາມກາງຄືນຢູ່ ຫວຽດນາມ” ໂດຍນາຍົກລັດຖະມົນຕີປະກາດໃຊ້. ທ່ານ ດວ່ານແອັງຫວູ້, ຜູ້ອຳນວຍການຝ່າຍ Marketing ກຸ່ມບໍລິສັດ BIM Group, ຫົວໜ່ວຍພວມພັດທະນາບັນດາຜະລິດຕະພັນຖະໜົນຍ່າງ, ການສະແດງລະບຳນ້ຳພຸ, ຄອນເສີດ… ໄດ້ໃຫ້ຄຳເຫັນວ່າ:
ກວາງນິງ ຕ້ອງການມີຜະລິດຕະພັນໜຶ່ງທີ່ມີຈຸດພົ້ນເດັ່ນທີ່ສຸດ ເພື່ອໃຫ້ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເມື່ອເຕື້ອງເຖິງ ກວາງນິງ ແມ່ນຕ້ອງໄດ້ເຂົ້າຮ່ວມການເຄື່ອນໄຫວນັ້ນ. ພວກຂ້າພະເຈົ້າກໍ່ຢາກສະເໜີຕ້ອງຍູ້ແຮງການພັດທະນາເສດຖະກິດກາງຄືນໃນລະດູທີ່ບໍ່ມີແຂກທ່ອງທ່ຽວມາຫຼາຍ, ຫຼັງຈາກນັ້ນແມ່ນໃນເວລາຈຸດສຸມລະດູແລ້ງ ຍ້ອນວ່າ ນີ້ແມ່ນລະດູຂອງແຂກທ່ອງທ່ຽວສາກົນ.
ໜຶ່ງໃນບັນດາສະຖານທີ່ເສດຖະກິດກາງຄືນທີ່ພົ້ນເດັ່ນທີ່ສຸດຢູ່ ກວາງນິງ ແມ່ນ Halong Marina Street Fest, ຖະໜົນຍ່າງກາງຄືນຢູ່ຕາແສງ ບາຍໄຈ.
ບັນດາການເຄື່ອນໄຫວຢູ່ Halong Marina Street Fest ໄດ້ດຳເນີນໄປຕະຫຼອດທຸກວັນໃນອາທິດ ດ້ວຍຮ້ານອາຫານນັບຮ້ອຍຮ້ານ ແລະ ບັນດາເຂດລະຫຼີ້ນ, ເຂດຂາຍເຄື່ອງ, ບັນດາສະຖານທີ່ check-in ສິລະປະ ແລະ ບັນດາເຫດການທີ່ມີຫຼາຍຮູບຫຼາຍແບບ. ເອື້ອຍ ຫງວຽນທິແທັງຢູງ ຢູ່ຕາແສງ ບາຍໄຈ ແບ່ງປັນວ່າ:
ນີ້ແມ່ນການລົງຕົວຈິງທີ່ຈັບໃຈພິເສດໃນທ້າຍອາທິດພ້ອມກັບຄອບຄົວ, ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງ. ພິເສດ, ຢູ່ນີ້ມີລາຍການສະແດງດົນຕີມ່ວນທີ່ສຸດ.
ຕາມພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກວາງນິງ, ເສດຖະກິດກາງຄືນຢູ່ທ້ອງຖິ່ນໄດ້ພັດທະນາບໍ່ທັນສົມກັບຄວາມຄາດຫວັງເທື່ອ, ຂອບຂະໜາດຍັງຈຳກັດຢູ່, ຂາດລັກສະນະເຊື່ອມຕໍ່ເຂດ, ພື້ນຖານໂຄງລ່າງ ແລະ ຄວາມສະຫງົບຍາມກາງຄືນຢູ່ບາງເຂດບໍ່ທັນຄົບຊຸດ…
ເມື່ອປະກອບຄຳເຫັນເພື່ອພັດທະນາເສດຖະກິດກາງຄືນຢູ່ ກວາງນິງ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ, ທ່ານປະລິນຍາເອກ ຫງວຽນແອັງຕວັນ, ຫົວໜ້າສະຖາບັນເສດຖະກິດທ່ອງທ່ຽວ ຖືວ່າ:
ໃນແຜນຮ່າງ ແລະ ການພັດທະນາ ກວາງນິງ ກາຍເປັນສູນເຊື່ອມຕໍ່ພາກພື້ນ ແລະ ສາກົນ, ພວກຂ້າພະເຈົ້າໄດ້ເນັ້ນໜັກວ່າ ຕ້ອງມີລາຍການສະແດງສິລະປະທີ່ມີຂອບຂະໜາດໃຫ່ຍໂດຍໄວ, ລາຍການສະແດງສະທ້ອນສະພາບຕົວຈິງ ຍ້ອນວ່າ ບໍ່ມີສະຖານທີ່ໃດດີກວ່າຢູ່ ຮະລອງ. ດັ່ງນັ້ນ, ຕ້ອງວາງແຜນຜັງລະບົບພື້ນຖານໂຄງລ່າງ, ບັນດາຜະລິດຕະພັນ, ການບໍລິການເຊື່ອມຕໍ່ກັນເພື່ອກາຍເປັນຜະລິດຕະພັນກາງຄືນທີ່ຄົບຊຸດ.
ກວາງນິງ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ຫຼວງ ເພື່ອຫັນເສດຖະກິດກາງຄືນເປັນກຳລັງໜູນພັດທະນາແບບຍືນຍົງ, ບໍ່ພຽງແຕ່ໃຫ້ແກ່ການທ່ອງທ່ຽວເທົ່ານັ້ນ ຫາກຍັງໃຫ້ແກ່ທັງເສດຖະກິດທ້ອງຖິ່ນອີກດ້ວຍ. ເຖິງວ່າຍັງມີສິ່ງທ້າທາຍຫຼາຍປະການກໍ່ຕາມ, ແຕ່ດ້ວຍການກຳນົດທິດຍຸດທະສາດ, ການລົງທຶນຢ່າງມີແບບມີແຜນ ແລະ ການບໍລິຫານທີ່ເປັນມືອາຊີບນັ້ນ, ກວາງນິງ ມີເງື່ອນໄຂຄົບຖ້ວນ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນເສດຖະກິດກາງຄືນໃຫ້ໄດ້ສູງທີ່ສຸດ, ຫັນ “ເວລາຍາມກາງຄືນ” ເປັນແຫຼ່ງປະໂຫຍດໃໝ່, ປະກອບສ່ວນຍົກລະດັບການລົງຕົວຈິງ, ດຶງດູດແຂກທ່ອງທ່ຽວ, ຊຸກຍູ້ການເຕີບໂຕ ແລະ ສ້າງເຂດຕົວເມືອງທ່ອງທ່ຽວ-ການບໍລິການທີ່ຂະຫຍັນຂັນເຄື່ອນຢ່າງແທ້ຈິງໃນແຜນທີ່ການທ່ອງທ່ຽວ ຫວຽດນາມ ແລະ ສາກົນ./.









