• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວດພິທີເລີ່ມເຄື່ອນທັບ ແລະ ເຝິກຊ້ອມວິທີການປົກປ້ອງສັບປະດາສຸດຍອດ APEC

      ໃນວັນທີ 22 ຕຸລາ, ຢູ່ນະຄອນ ດ່າໜັງ, ອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກ APEC ແຫ່ງຊາດ ສົມທົບກັນອົງການກ່ຽວຂ້ອງນະຄອນ ດ່າໜັງ ຈັດຕັ້ງການກວດພິທີເລີ່ມເຄື່ອນທັບ ແລະ ເຝິກຊ້ອມວິທີການປົກປ້ອງສັບປະດາສຸດຍອດ APEC 2017.

 ເດີນຂະບວນພາຫະນະອຸປະກອນ
      ເຂົ້າຮ່ວມການເຝິກຊ້ອມມີພະນັກງານ, ນັກຮົບນັບພັນຄົນ ພ້ອມທັງລະບົບພາຫະນະອຸປະກອນ, ຍຸດທະພັນທັນສະໃໝທີ່ຂຶ້ນກັບບັນດາກົມກອງສັງກັດກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ. ການເຝິກຊ້ອມລວມມີ 2 ພາກ: ພາກທີ 1 ແມ່ນເດີນຂະບວນພາຫະນະອຸປະກອນ, ເຊີດຊູກຳລັງຂອງບັນດາກົມກອງທີ່ເຂົ້າຮ່ວມປົກປ້ອງສັບປະດາສຸດຍອດ APEC; ພາກທີ 2 ແມ່ນແກ້ໄຂສະຖານະການຕ້ານການກໍ່ການຮ້າຍ, ກູ້ເອົາຕົວປະກັນຢູ່ເຮືອນຫຼາຍຊັ້ນ ແລະ ບົນໜ້ານ້ຳ. ຜ່ານການກວດຂະໜາດໃຫຍ່, ຄະນະຈັດຕັ້ງລາຍການເຝິກຊ້ອມໄດ້ປະຊຸມເພື່ອຖອດຖອນບົດຮຽນໃຫ້ການເຝິກຊ້ອມຢ່າງເປັນທາງການທີ່ດຳເນີນ ໃນວັນທີ 24 ຕຸລາ.

ແກ້ໄຂສະຖານະການຕ້ານກໍ່ການຮ້າຍ, ກູ້ເອົາຕົວປະກັນບົນໜ້ານ້ຳ
      ແລະກໍ່ໃນວັນທີ 22 ຕຸລາ, ຮອບຊິງຊະນະເລີດການເສັງນັກສຶກສາມະຫາວິທະຍາໄລ ດ່າໜັງ ກັບ APEC 2017 ໂດຍໂຮງຮຽນມະຫາວິທະຍາໄລ ດ່າໜັງ ຈັດຕັ້ງ ໄດ້ສິ້ນສຸດລົງ. ຜົນມີຢູ່ວ່າ, ບັນດານັກສຶກສາມາຈາກມະຫາວິທະຍາໄລສ້າງຄູ ໄດ້ຮັບລາງວັນທີໜຶ່ງ, ມະຫາວິທະຍາໄລເສດຖະກິດໄດ້ຮັບລາງວັນທີ ສອງ, ສ່ວນມະຫາວິທະຍາໄລພາສາຕ່າງປະເທດ ແລະ ພະແນກການຢາມະຫາວິທະຍາ ດ່າໜັງ ໄດ້ຮັບລາງວັນທີສາມ.
(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

49 ປີພາຍຫລັງໄດ້ຮັບການປົດປ່ອຍຢ່າງສົມບູນ (1975 – 2024), ນະຄອນ ໂຮ່ຈີມິນ ປະຈຸບັນໄດ້ພັດທະນາເປັນຕົວເມືອງໃຈກາງການບໍລິຫານທັນສະໄຫມຂອງ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ. ຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຮັບຮອງຈາກອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ວ່າ ແມ່ນສະມາຊິກຂອງເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ.

Top