• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Yonhap: ການນຳສປປ.ເກົາຫຼີອາດຈະໄປຢ້ຽມຢາມລັດເຊຍໃນໄລຍະຈະມາເຖິງ

      ວັນທີ 21 ມີນາ, ສຳນັກຂ່າວສານ Yonhap ໄດ້ຄັດບາງແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ທ່ານ Kim Chang son, ເຊິ່ງເປັນຜູ້ຊ່ວຍວຽກໃກ້ຊິດຂອງການນຳສປປ.ເກົາຫຼີ Kim Jong un, ໄດ້ໄປຍັງຢູ່ມົດສະກູ, ປະເທດລັດເຊຍ ນັບແຕ່ຕົ້ນອາທິດນີ້, ເພື່ອສ້າງເງື່ອນໄຂໃຫ້ການນຳ Kim Jong un ອາດຈະໄປຢ້ຽມຢາມລັດເຊຍ ໃນໄວໆນີ້. .
ທ່ານ Kim Chang son ໄດ້ເດີນທາງໄປຜ່ານປັກກິງ (ຈີນ) ແລະ ໄປຮອດມົດສະກູ ໃນວັນທີ 19 ມີນາຜ່ານມາ ແລະ ປະຈຸບັນທ່ານ Kim Chang son ພວມຢູ່ນະຄອນຫຼວງຂອງລັດເຊຍ. ວົງການນັກຊ່ຽວຊານໄດ້ຖືວ່າ, ການໄປປະຕິບັດງານຢູ່ຕ່າງປະເທດຂອງເຈົ້າໜ້າທີ່ຜູ້ດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ສປປ.ເກົາຫຼີ ອາດຈະດຳເນີນວຽກງານກະກຽມໃຫ້ແກ່ການຢ້ຽມຢາມລັດເຊຍ ຄັ້ງທຳອິດຂອງການນຳ Kim Jong un ນັບແຕ່ເມື່ອດຳລົງຕຳແໜ່ງ.
        ທ່ານ Kim Chang son ແມ່ນເຈົ້າໜ້າທີ່ຮັບຜິດຊອບບັນຫາພະລາທິການກ່ອນບັນດາການຢ້ຽມຢາມຕ່າງປະເທດຂອງການນຳ Kim Jong un.
 (ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top