ໄປຄຽງຄູ່ກັບການມີໜ້າຂອງ 48 ປະເທດທີ່ຍາດໄດ້ສິດເຂົ້າຮ່ວມ World Cup 2026, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຄຳເຊື້ອເຊີນຈາກຄະນະຈັດຕັ້ງ World Cup 2026 ເຂົ້າຮ່ວມເຫດການວັດທະນະທຳສາກົນ Aldea Global 2026 ທີ່ດຳເນີນແຕ່ວັນທີ 9 ມິຖຸນາ ຫາວັນທີ 21 ມິຖຸນາ ຢູ່ນະຄອນຫຼວງ ເມັກຊີໂກ ເນື່ອງໃນໂອກາດວັນບຸນບານເຕະໃຫຍ່ສຸດໃນໂລກ.
“ມູມ ຫວຽດນາມ” ຢູ່ເຫດການ Aldea Global 2026 ໄດ້ແນະນຳເຖິງມະຫາຊົນ ເມັກຊີໂກ ແລະ ເພື່ອມິດສາກົນ ບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳ, ປະຫວັດສາດ ແລະ ຊາວ ຫວຽດນາມ ຜ່ານກິດຈະກຳວາງສະແດງ, ໂຄສະນາການທ່ອງທ່ຽວ, ແນະນຳສິລະປະທີ່ເປັນມູນເຊື້ອ ແລະ ບັນດາຜະລິດຕະພັນວັດທະນະທຳທີ່ດີເດັ່ນ.
ໃນຮ້ານວາງສະແດງຂອງ ຫວຽດນາມ, ແຂກຜູ້ຊົມຈະໄດ້ຮັບປະທານຫຼາຍເຍື່ອງອາຫານຂອງ ຫວຽດນາມ, ເຊັ່ນ: ພັນຢໍ່ຂາວ, ເຝີ, ເຂົ້າຜັດ… ພ້ອມດ້ວຍອາຫານທີ່ເປັນເອກະລັກຈຳນວນໜຶ່ງ.






