• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.
  ທ່າ​ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈິງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ​ເວ​ທີ​ປາ​ໄສ (ພາບ: qdnd.vn)  
ເມື່ອ​ກ່າວ​ຄຳ​ເຫັນ​ສະ​ຫຼຸບ ແລະ ອັດ​ເວ​ທີ​ປາ​ໄສ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຕີ​ລາ​ຄ​າ​ວ່າ ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ປີ​ນີ້ ລ້ວ​ນ​ແຕ່​ແມ່ນ​ບັນ​ດາ​ບັນ​ຫາ​ທີ່ມ​ີ​ຄວາມ​ໝາຍ​ແທດ​ຈິງ​ສຳ​ລັບ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື, ຈາກ​ບັນ​ດາ​ສິ່ງ​ທ້າ​ທາຍ​ໄລ​ຍະ​ຍາວ ຕະຫຼອດ​ຮອດ​ບັນ​ດາ​ບັນ​ຫາ​ຫາ​ກໍ່​ພົ້ນ​ເດັ່ນ. ມີຫຼາຍ​ແນວ​ຄິດ​ຄວາມ​ໃໝ່ ໄດ້​ຍົກ​ອອກ​ມາ, ໃນ​ນັ້ນ ມີ​ຂໍ້​ສະ​ເໜີ ຫັນ​ຈາກ​ຈິນ​ຕະ​ນາ​ການ “Made in ASEAN” (ຜະ​ລິດ​ຢູ່ ອາ​ຊຽນ) ມາ​ເປັນ “Made by ASEAN” (ຜະ​ລິດ​ໂດຍ ອາ​ຊຽນ). ໜຶ່ງ​ໃນ​ບັນ​ດາ​ຈຸດ​ເດັ່ນ​ຂອງ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 ແມ່ນ​ ເປັນ​ຄ​ັ້ງ​ທຳ​ອິດ​ຈັດ​ເວ​ທີ​ປາ​ໄສ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້, ການ​ສົນ​ທະ​ນາໂຕະ​ມົນ​ລະ​ຫວ່າງ​ບັນ​ດາ​ພັກ​ການ​ເມືອງ ອາ​ຊຽນ, ​ພ້ອມ​ດ້ວຍ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ສຳ​ລັບ ຊາວ​ໜຸ່ມ ແລະ ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ. ບັນ​ດາ​ຂໍ້​ລິ​ເລີ່ມ​ນີ້ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ໃນ​ໝູ່​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ລັກ​ສະ​ນະ​ກວມ​ລວມ ແລະ ຫັນ​ເປົ້າ​ໝາຍ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

(ແຫຼ່ງຄັດຈາກ VOV)

 ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງ​ສາ​ພັດ​ທະ​ນາ​ຈາກ​ສິ່ງ​ທ້າ​ທາຍ​ດ້ານ​ດິນ​ຟ້າ​ອາ​ກາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງ​ສາ​ພັດ​ທະ​ນາ​ຈາກ​ສິ່ງ​ທ້າ​ທາຍ​ດ້ານ​ດິນ​ຟ້າ​ອາ​ກາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສືບ​ຕໍ່​ກຳ​ນົດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງຈະ​ແຈ້ງກວ່າ, ຍູ້​ແຮງ​ການ​ໝູນ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ສ້າງ​ລະ​ບົບ​ຂໍ້​ມູນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ແລະ ດິນ​ຟ້າ​ອາ​ກາດ.

Top